ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງ 8 ວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-12-08 10:42:14 cri

ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງ 8 ວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 7 ທັນວານີ້ ໂດຍພາຍໃຕ້ຫົວຂໍ້ “ຮ່ວມກັນມຸ່ງໜ້າໄປສູ່ຄວາມທັນສະໄໝ ແລະ ອົບຮົມບົ່ມສ້າງທ່າແຮງໃໝ່ດ້ານການພັດທະນາຂອງອະນຸພາກພື້ນ", ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານທັນສະເວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດມຽນມາ ເປັນປະທານຮ່ວມກອງປະຊຸມ.

ທ່ານຫວາງຢີ້ໄດ້ສະເໜີໃຫ້ຊຸກຍູ້ວຽກງານໃນ 6 ດ້ານຢ່າງເປັນຈຸດສຸມໃນໄລຍະຕໍ່ໜ້າ ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ໜຶ່ງແມ່ນສ້າງປະຊາຄົມຮ່ວມຊາຕາກຳທີ່ແໜ້ນແຟ້ນກວ່າເກົ່າ; ສອງແມ່ນສ້າງແລວທາງພັດທະນາເສດຖະກິດທີ່ມີບົດບາດຕໍ່ກັນດີກວ່າເກົ່າ; ສາມແມ່ນອົບຮົມບົ່ມສ້າງສະພາບແວດລ້ອມການພັດທະນາທີ່ໝັ້ນຄົງກວ່າເກົ່າ; ສີ່ແມ່ນມຸ່ງໜ້າໄປສູ່ອະນາຄົດແຫ່ງການພັດທະນາແບບດີຈີຕອນ; ຫ້າແມ່ນລົງເລິກການຮ່ວມມືດ້ານວັດທະນະທຳທີ່ມີເອກະລັກພິເສດກວ່າເກົ່າ; ຫົກແມ່ນສົ່ງເສີມທັດສະນະຄະຕິການຮ່ວມມືທີ່ກວມລວມກວ່າເກົ່າ.


ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດໄດ້ຕີລາຄາເປັນຢ່າງສູງຕໍ່ຄວາມຄືບໜ້າອັນຕັ້ງໜ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ສະແດງຄວາມຊົມເຊີຍຕໍ່ຈີນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພ້ອມທັງເຫັນດີນຳຂໍ້ສະເໜີຂອງຈີນທີ່ມີຕໍ່ທິດທາງການປະຕິບັດງານໃນໄລຍະຕໍ່ໜ້າ.