ຈີນ ແລະ ສິງກະໂປລົງນາມໃນອະນຸສັນຍາຍົກລະດັບສັນຍາການຄ້າເສລີຈີນ-ສິງກະໂປ

2023-12-08 10:44:42 cri

ວັນທີ 7 ທັນວານີ້, ກະຊວງການຄ້າຈີນແຈ້ງຂ່າວໃຫ້ຮູ້ວ່າ: ຈີນ ແລະ ສິງກະໂປໄດ້ລົງນາມໃນອະນຸສັນຍາຍົກລະດັບສັນຍາການຄ້າເສລີຈີນ-ສິງກະໂປເມື່ອບໍ່ດົນມານີ້.


ເຈົ້າໜ້າທີ່ກົມພົວພັນສາກົນກະຊວງການຄ້າຈີນກ່າວວ່າ, ການລົງນາມໃນອະນຸສັນຍາດັ່ງກ່າວເປັນໜຶ່ງໃນຂີດໝາຍສຳຄັນ ທີ່ການເຈລະຈາການຄ້າເສລີຂອງຈີນກ້າວເຂົ້າສູ່ຍຸກບັນຊີລາຍຊື່ດ້ານລົບມາດຕະຖານສູງ ເຊິ່ງຈະສ້າງພື້ນຖານອັນໝັ້ນແກ່ນກວ່າເກົ່າໃຫ້ແກ່ຈີນ ເພື່ອເຂົ້າເປັນສະມາຊິກສັນຍາການພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດປາຊີຟິກຢ່າງຮອບດ້ານແລະກ້າວໜ້າ ຫຼື CPTPP.


ຈີນ ແລະ ສິງກະໂປໄດ້ໃຫ້ຄຳໝັ້ນສັນຍາດ້ານການບໍລິການ, ການລົງທຶນ ແລະ ການເປີດປະຕູສູ່ພາຍນອກໃນຂົງເຂດການລົງທຶນດ້ານການບໍລິການ ດ້ວຍຮູບແບບບັນຊີລາຍຊື່ດ້ານລົບໃນອະນຸສັນຍາດັ່ງກ່າວ ເຊິ່ງໄດ້ສະໜອງພື້ນທີ່ການຕະຫຼາດທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ນັກລົງທຶນ ແລະ ຜູ້ສະໜອງການບໍລິການຂອງທັງສອງຝ່າຍ ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່ ເຊັ່ນ: ເສດຖະກິດດີຈີຕອນເປັນຕົ້ນຕື່ມອີກ.