ກອງປະຊຸມກົນໄກການພັດທະນາ ແລະ ຮ່ວມມືຈີນ-ລາວ ຈັດຂຶ້ນຢູ່ດ່ານບໍ່ເຕ່ນ

2023-12-08 10:43:52 cri

ວັນທີ 6 ທັນວານີ້, ຢູ່ດ່ານບໍ່ເຕ່ນ, ທ່ານລົວຈ້າວຮຸຍ ຫົວໜ້າອົງການພັດທະນາແລະຮ່ວມມືສາກົນແຫ່ງຊາດຈີນ ແລະ ທ່ານຄຳເຈນ ວົງໂພສີ ປະທານຄະນະກຳມະການຮ່ວມມືລາວ-ຈີນຂອງລາວໄດ້ເປັນປະທານກອງປະຊຸມກົນໄກການພັດທະນາແລະຮ່ວມມືຈີນ-ລາວ.

ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດ, ເພີ່ມທະວີການຮ່ວມມືພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຊຸກຍູ້ການກໍ່ສ້າງໂຄງການພັດທະນາແລະຮ່ວມມືຕ່າງໆ ເຊັ່ນ: 8 ໂຄງການໃຫຍ່ທີ່ຈີນຊ່ວຍເຫຼືອລາວ, ໂຮງຮຽນ 10 ແຫ່ງ ແລະ “ຫ້ອງປະຕິບັດງານຫຼູປານ” ເປັນຕົ້ນ ແລະ ຊຸກຍູ້ການຮ່ວມມື “ກວດກາຢູ່ດ່ານຝ່າຍດຽວ” ຢູ່ດ່ານບໍ່ຫານ-ບໍ່ເຕ່ນ ທີ່ເປັນດ່ານທາງລົດໄຟຈີນ-ລາວ ພ້ອມທັງໄດ້ເຊັນເອກະສານການພັດທະນາແລະຮ່ວມມືຫຼາຍສະບັບ.


ກ່ອນກອງປະຊຸມ, ທ່ານລົວຈ້າວຮຸຍ ແລະ ທ່ານຄຳເຈນ ວົງໂພສີໄດ້ໄປທັດສະນະສຶກສາເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕ່ນຈີນ-ລາວ ແລະ ສະພາບໂຄງການທີກ່ຽວຂ້ອງ.