ຖ້າບໍ່ມີການສະໜັບສະໜູນຂອງເພິ່ນ ພວກເຮົາແມ່ນບໍ່ສາມາດບັນລຸສັນຍາສະບັບນີ້

2023-12-08 17:47:43 CRI


    ວັນທີ 30 ພະຈິກ ຫາ ວັນທີ 12 ທັນວາ 2023 ກອງປະຊຸມປະເທດພາຄີ “ສົນທິສັນຍາຂອບວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ”ຄັ້ງທີ 28 ຈັດຂຶ້ນຢູ່ນະຄອນດູໄບປະເທດສະຫະລັດອາຣັບເອມີເຣດ, ກອງປະຊຸມຄັ້ງນີ້ຈະທົດທວນຄືນສະພາບການຈັດຕັ້ງປະຕິບັດ “ສັນຍາປາຣີ” ໃນທົ່ວໂລກ. ຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສະຫະລັດອາຣັບເອມີເຣດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການເຄື່ອນໄຫວເພື່ອຮັບມືກັບປ່ຽນແປງຂອງດິນຟ້າອາກາດ ພ້ອມດ້ວຍກິດຈະກຳອື່ນໆ.


    ປີ 2015 ທ່ານສີຈິ້ນຜິງ ໄດ້ເຂົ້າຮ່ວມກອງປະຊຸມປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດອົງການະຊາຊາດ, ໂດຍສະເໜີແນວຄິດ ແລະ ຈຸດຢືນຂອງຈີນກ່ຽວກັບການຄຸ້ມຄອງດິນຟ້າອາກາດຂອງໂລກ, ຕັ້ງໜ້າຊຸກຍູ້ໃຫ້ບັນລຸ “ສັນຍາປາຣີ”,


    ທ່ານລາວເຣັນ ຟາບິອຸສ ປະທານກອງປະຊຸມປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນເວລານັ້ນຫວນຄືນວ່າ: ຖ້າບໍ່ມີການສະໜັບສະໜູນຂອງຜູ້ນຳຈີນ ພວກເຮົາແມ່ນາມາດບັນລຸເຖິງການເຊັນສັນຍາສະບັບນີ້ໄດ້