ສູນກາງພັກຄອມມູນິດຈີນຈັດກອງປະຊຸມສົນທະນາກັບບຸກຄົນນອກພັກເພື່ອຮັບຟັງຄວາມຄິດເຫັນຕໍ່ວຽກງານເສດຖະກິດ

2023-12-09 13:51:51 cri

    ຫວ່າງມໍ່ໆມານີ້, ສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມສົນທະນາກັບບຸກຄົນນອກພັກຢູ່ນະຄອນຫຼວງປັກກິ່ງ ເພື່ອຮັບຟັງຄວາມຄິດເຫັນ ແລະ ຂໍ້ສະເໜີຕໍ່ສະພາບເສດຖະກິດໃນປີນີ້ກໍຄືວຽກງານເສດຖະກິດໃນປີໜ້າຈາກສູນກາງພັກຝ່າຍປະຊາທິປະໄຕຕ່າງໆ, ຜູ້ຮັບຜິດຊອບສະຫະພັນອຸດສາຫະກຳການຄ້າທົ່ວປະເທດກໍຄືຜູ້ຕາງໜ້າບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ.


    ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມ ແລະ ກ່າວຄໍາປາໄສອັນສຳຄັນໂດຍເນັ້ນໜັກວ່າ: ປີໜ້າແມ່ນປີຄົບຮອບ 75 ປີແຫ່ງການສະຖາປະນາ ສປ ຈີນ ເຊິ່ງເປັນປີທີ່ສໍາຄັນແຫ່ງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14. ຄວນຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນໍາ, ຍຶດໝັ້ນຫຼັກການພື້ນຖານລວມແຫ່ງການເຮັດວຽກແບບສະແຫວງຫາຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ, ຈັດຕັ້ງຜັນຂະຫຍາຍແນວຄວາມຄິດການພັດທະນາແບບໃໝ່ຢ່າງຄົບຖວ້ນ, ຖືກຕ້ອງ ແລະ ຮອບດ້ານ, ເລັ່ງຊຸກຍູ້ການສ້າງສະພາບການພັດທະນາແບບໃໝ່, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງໜັກແໜ້ນ, ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ, ເພີ່ມທະວີການດັດສົມຄວບຄຸມມະຫາພາກ, ວາງແຜນເປັນເອກະພາບກັນເພື່ອເປີດກວ້າງຄວາມຕ້ອງການພາຍໃນ ແລະ ລົງເລິກການປະຕິຮູບ ໂຄງປະກອບດ້ານການສະໜອງ, ວາງແຜນເປັນເອກະພາບກັນເພື່ອປະສົມປະສານການຫັນເປັນຕົວເມືອງແບບໃໝ່ ແລະ ພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ວາງແຜນເປັນເອກະພາບກັນເພື່ອປະສົມປະສານການພັດທະນາດ້ວຍຄຸນນະພາບສູງ ແລະ ຄວາມໝັ້ນຄົງລະດັບສູງ, ເພີ່ມທະວີຄວາມມີຊີວິດຊີວາດ້ານເສດຖະກິດຢ່າງແທ້ຈິງ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງ, ປັບປຸງຄວາມຄາດຫວັງຂອງສັງຄົມໃຫ້ດີຂຶ້ນ, ປັບປຸງ ແລະ ເພີ່ມທະວີທ່ວງທ່າການຟື້ນຕົວຄືນໄປໃນທິດທາງທີ່ດີຂອງເສດຖະກິດ, ສືບຕໍ່ຊຸກຍູ້ໃຫ້ເສດຖະກິດໄດ້ຮັບການຍົກລະດັບດ້ານຄຸນນະພາບ ແລະ ມີການເຕີບໂຕດ້ານປະລິມານຢ່າງສົມເຫດສົມຜົນ, ເພີ່ມຄວາມຜາສຸກໃຫ້ກັບປະຊາຊົນ, ປົກປັກຮັກສາສະຖຽນລະພາບໃນສັງຄົມ, ຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ກໍຄື ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີີນ.