ຈີນຮຽກຮ້ອງໃຫ້ຟີລິບປິນຍຸດຕິການໂຄສະນາປຸກປັ່ນຄວາມຂັດແຍ້ງກັນທາງທະເລລະຫວ່າງຈີນ-ຟີລິບປິນໃນທັນທີ

2023-12-09 15:43:50 cri

ໃນກອງປະຊຸມຖະແຫຼງຂ່າວກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 8 ທັນວານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ສະພາຕ່ຳຟີລິບປິນໄດ້ຜ່ານອັນທີ່ເອີ້ນວ່າມະຕິ ໂດຍໃສ່ຮ້າຍປ້າຍສີຈີນ ແລະ ບິດເບືອນຄວາມຈິງຢ່າງໄຮ້ເຫດຜົນໃນບັນຫາທະເລ, ຈີນສະແດງຄວາມຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້. ນະທີ່ນີ້, ຂ້າພະເຈົ້າຢາກກ່າວຢ້ຳຫຼັກໝັ້ນອັນເຄັ່ງຂຶມຂອງຈີນດັ່ງນີ້:


ໜຶ່ງ, ຈີນມີອະທິປະໄຕຢ່າງເຕັມສ່ວນເໜືອເກາະດອນຕ່າງໆຢູ່ທະເລຈີນໃຕ້ ແລະ ເຂດທະເລໃກ້ຄຽງ. ສອງ, ການຕັດສິນຂອງສານອະນຸຍາໂຕຕຸລາການໃນຄະດີຕັດສິນທະເລຈີນໃຕ້ແມ່ນຜິດກົດໝາຍ ແລະ ບໍ່ມີຜົນສັກສິດ. ສາມ, ຈີນດຳເນີນການກໍ່ສ້າງ ແລະ ຈັດວາງສິ່ງອຳນວຍຄວາມສະດວກການປ້ອງກັນທີ່ຈຳເປັນຢູ່ເທິງໝູ່ເກາະໜານຊາທີ່ເປັນດິນແດນຂອງຕົນ ແມ່ນຊອບທຳ ແລະ ຖືກຕ້ອງຕາມກົດໝາຍ. ສີ່, ຫາດຕື້ນເຢິນອ້າຍແມ່ນສ່ວນໜຶ່ງຂອງໝູ່ເກາະໜານຊາຂອງຈີນ. ຫ້າ, ຈີນປະຕິບັດລະບຽບການໂຈະການປະມົງທຸກປີຢູ່ທະເລຈີນໃຕ້ ແມ່ນມາດຕະການປົກກະຕິໃນການອະນຸລັກຊັບພະຍາກອນຊີວະພາບທາງທະເລໃນເຂດທະເລທີ່ຈີນຄອບຄອງ. ຫົກ, ໃນໄລຍະຜ່ານມາ, ຟີລິບປິນໄດ້ສົ່ງຄົນຂຶ້ນເກາະຫີນບໍ່ມີຄົນພັກພາອາໄສຢູ່ໝູ່ເກາະໜານຊາຂອງຈີນເລື້ອຍໆ, ໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ ພ້ອມທັງທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້ຢ່າງໜັກໜ່ວງ.


ທ່ານວາງເວີນປິ່ນກ່າວເນັ້ນໜັກວ່າ: ຈີນເຕືອນຟີລິບປິນອີກເທື່ອໜຶ່ງ ຈົ່ງຍຸດຕິການໂຄສະນາປຸກປັ່ນບັນຫາຄວາມຂັດແຍ້ງກັນທງທະເລລະຫວ່າງຈີນ-ຟີລິບປິນ