ກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີສອງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

2023-12-09 13:58:17 cri


ວັນທີ 7 ທັນວາ 2023, ກອງປະຊຸມເວທີເປິກສາຫາລືການຮ່ວມມືລາວ-ຈີນພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີສອງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຫ່ງ ລາວ ໂດຍເນັ້ນຫົວຂໍ້ຄູ່ຮ່ວມຊາຕາກຳຈີນ-ລາວ: ຍຸກໃໝ່, ກາລະໂອກາດໃໝ່ ແລະ ການສາທິດໃໝ່”.

ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ສະຫຼຸບໝາກຜົນອັນອຸດົມສົມບູນທີ່ໄດ້ຮັບຂອງການຮ່ວມມືລະຫວ່າງຈີນກັບລາວພາຍຫຼັງຈີນສະເໜີຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຄົບຮອບ 10 ປີເປັຕົ້ມາ ແລະ ກ່າວວ່າ: ການຮ່ວມມືໃນຫຼາຍຂົງເຂດລະຫວ່າງຈີນກັບລາວຈະສືບຕໍ່ເພີ່ມພະລັງຊຸກດັນໃໝ່ເຂົ້າໃນການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງດ້ວຍຄຸນນະພາບສູງ.

ການຈັດກອງປະຊຸມເວທີສົນທະນາຄັ້ງນີ້ຈະມີຜົນດີຕໍ່ສອງປະເທດດຳເນີນການແລກປ່ຽນແລະຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວໃຫ້ດີກວ່າເກົ່າ, ຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ, ຊຸກຍູ້ໃຫ້ວັດທະນະທຳຂອງສອງປະເທດແລກປ່ຽນ ແລະ ຮ່ຳຮຽນເຊິ່ງກັນແລະກັນ ແລະ ເຊື່ອມສານຈິດໃຈຂອງປະຊາຊົນສອງຊາດ; ມີຜົນດີຕໍ່ການເພີ່ມທະວີການແລກປ່ຽນລະຫວ່າງສອງປະເທດຈີນ-ລາວຕື່ມອີກ, ສະໜອງແນວຄິດໃໝ່ ແລະ ຄວາມຄິດໃໝ່ໃຫ້ແກ່ການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ ດ້ວຍຄຸນນະພາບສູງ.