ປະທານາທິບໍດີປາແລັດສຕິນກ່າວປະນາມອາເມຣິກາທີ່ຢັບຢັ້ງຮ່າງມະຕິກ່ຽວກັບການຢຸດຍິງຢູ່ເຂດກາຊາໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ

2023-12-10 10:39:33 CRI

ວັນທີ 9 ທັນວານີ້, ທ່ານມາຮມຸດ ອັບບາສ ປະທານາທິບໍດີປາແລັດສະຕິນໄດ້ອອກຖະແຫຼງການ ໂດຍກ່າວປະນາມອາເມຣິກາທີ່ໃຊ້ສິດຢັບຢັ້ງໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ສະກັດກັ້ນສະພາຄວາມໝັ້ນຄົງຮັບຮອງຮ່າງມະຕິກ່ຽວກັບການຮຽກຮ້ອງໃຫ້ຢຸດຍິງແບບມະນຸດສະທຳໃນທັນທີຢູ່ເຂດກາຊາ.


ທ່ານອັບບາສກ່າວວ່າ: ຫຼັກໝັ້ນຂອງອາເມຣິກາໄດ້ລະເມີດຄ່ານິຍົມ ແລະ ຫຼັກການມະນຸດສະທຳທຸກຢ່າງແບບບັງອາດ. ຫຼັງຈາກອາເມຣິກາຢັບຢັ້ງຮ່າງມະຕິດັ່ງກ່າວໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລ້ວ, ຄວນຮັບຜິດຊອບຕໍ່ເຫດການປະທະກັນແບບນອງເລືອດທີ່ເກີດຂຶ້ນຢູ່ເຂດກາຊາ.