ກອງປະຊຸມເວທີເປິກສາຫາລືການຮ່ວມມືວິທະຍຸໂທລະພາບຈີນ-ອາຣັບຄັ້ງທີ 6 ຈັດຂຶ້ນຢູ່ນະຄອນຫາງໂຈ່ວຈີນ

2023-12-10 15:23:51 CRI


ວັນທີ 10 ທັນວານີ້, ກອງປະຊຸມເວທີເປິກສາຫາລືການຮ່ວມມືວິທະຍຸໂທລະພາບຈີນ-ປະເທດອາຣັບຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງຈີນ.


ຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ, ທ້າຍປີ 2022 ຜ່ານມາ, ໄດ້ຈັດກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງທຳອິດ, ສອງຝ່າຍໄດ້ຮ່ວມກັນວາງແຜນວາດການພັດທະນາສາຍພົວພັນຈີນ-ປະເທດອາຣັບໃນອະນາຄົດ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດ “8 ການເຄື່ອນໄຫວຮ່ວມ” ແຫ່ງການຮ່ວມມືຕົວຈິງລະຫວ່າງຈີນ-ປະເທດອາຣັບ, ເຊິ່ງສະແດງໃຫ້ເຫັນວ່າ ສາຍພົວພັນຈີນ-ປະເທດອາຣັບໄດ້ກ້າວເຂົ້າສູ່ຍຸກໃໝ່. ສື່ມວນຊົນຈີນ-ປະເທດອາຣັບຄວນໃຊ້ການກະທຳທີ່ເຂັ້ມແຂງກວ່າເກົ່າ, ເຊີດຊູນ້ຳໃຈເສັ້ນທາງສາຍໄໝ, ຮັດແໜ້ນພື້ນຖານແຫ່ງການຮ່ວມມື ແລະຄວາມໄວ້ເນື້ອເຊື່ອໃຈກັນ, ເສີມຂະຫຍາຍມິດຕະພາບລະຫວ່າງຈີນ ແລະ ປະເທດອາຣັບ, ຊຸກຍູ້ການສືບທອດ ແລະ ປະດິດສ້າງໃໝ່ດ້ານອະລິຍະທຳ, ປະກອບສ່ວນກຳລັງແຮງຫຼາຍກວ່າເກົ່າເຂົ້າໃນການພັດທະນາຮ່ວມກັນ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ ແລະ ພາກພື້ນ.