ມີ 55 ໂຄງການໄດ້ຮັບຮອງເປັນມໍລະດົກວັດທະນະທຳນາມມະທຳຂອງອົງການ UNESCO ໃນປີນີ້

2023-12-10 14:55:52 cri

 

    ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການລະຫວ່າງລັດຖະບານດ້ານການປົກປ້ອງວັດທະນາທຳນາມມະທຳຂອງອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດຫຼື UNESCO ໄດ້ອັດລົງຢູ່ນະຄອນກາຊາເນ  ທາງພາກເໜືອຂອງປະເທດບົດສະວານາໃນວັນທີ 9 ທັນວານີ້. ກອງປະຊຸມຄັ້ງນີ້ໄດ້ຕົກລົງຮັບຮອງເອົາ 55 ໂຄງການທີ່ມາຈາກ 72 ປະເທດເປັນມໍລະດົກວັດທະນະທຳນາມມະທຳຂອງອົງການ UNESCO.

    ອົງການ UNESCO ແນະນຳໃຫ້ຮູ້ວ່າ: ໃນຈຳນວນໂຄງການທີ່ຮັບຮອງເປັນມໍລະດົກວັດທະນະທຳນາມມະທຳໃນປີນີ້, ຄວາມຮູ້ ແລະ ສີມືທີ່ກ່ຽວຂ້ອງຫຼາຍກວ່າເຄິ່ງໜຶ່ງຂອງໂຄງການທັງໝົດຕົ້ນຕໍແມ່ນສືບທອດຕາມທຸກເຊັ່ນຄົນພາຍໃນຄອບຄົວ, ເຊິ່ງສະແດງໃຫ້ເຫັນວ່າມໍລະດົກວັດທະນະທຳນາມມະທຳເປັນມະລະດົກທີ່ຍັງມີບົດບາດຢູ່, ໄດ້ຮັບການສືບທອດໂດຍຜ່ານບຸກຄົນ, ໂດຍສະເພາະແມ່ນການສືບທອດລະຫວ່າງພໍ່ແມ່ ແລະ ລູກຫຼານ.

    ປີນີ້ແມ່ນສົນທິສັນຍາວ່າດ້ວຍການປົກປ້ອງວັດທະນາທຳນາມມະທຳຂອງອົງການ UNESCO ຄົບຮອບ 20 ປີ, ນັບມາຮອດປັດຈຸບັນ, ມີ 730 ໂຄງການທີ່ມາຈາກ 145 ປະເທດໄດ້ຮັບຮອງເປັນມໍລະດົກວັດທະນະທຳທີ່ຍັງມີບົດບາດຢູ່ຂອງອົງການ UNESCO.