ມະນຸດສະທຳໃນທົ່ວໂລກມີສະພາບການທີ່ຂ້ຽວຂາດ ປະຊາຄົມໂລກຄວນເພີ່ມທະວີການປະສານງານເພື່ອຜ່ານຜ່າສິ່ງທ້າທາຍຮ່ວມກັນ

2023-12-10 16:35:07 cri

ວັນທີ 8 ທັນວານີ້, ທ່ານໄຕ້ປິ່ງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳເຫັນຕໍ່ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ພາຍໃຕ້ຫົວຂໍ້ “ເພີ່ມທະວີການປະສານງານດ້ານມະນຸດສະທຳແລະການຊ່ວຍເຫຼືອກູ້ໄພ” ໂດຍຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີຄວາມສາມັກຄີແລະປະສານງານກັນ, ຮ່ວມກັນຊ່ວຍເຫຼືອປະເທດທີ່ເກີດວິກິດການດ້ານມະນຸດສະທຳຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍ.

ທ່ານໄຕ້ປິ່ງກ່າວວ່າ: ທົ່ວໂລກມີປະຊາກອນປະມານ 364 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳ, ຕ້ອງການເງິນທຶນດ້ານມະນຸດສະທຳທັງໝົດ 55,9 ຕື້ໂດລາ, ແຕ່ຝ່າຍບໍລິຈາກສະໜອງໃຫ້ມີພຽງແຕ່ 18,3 ຕື້ໂດລາກວມ 32,7% ເທົ່ານັ້ນ. ໃນຖານະເປັນຝ່າຍບໍລິຈາກເງິນທຶນດ້ານມະນຸດສະທຳຕົ້ນຕໍທີ່ມີໜ້າທີ່ຮັບຜິດຊອບໃນປະຫວັດສາດ, ປະເທດທີ່ພັດທະນາແລ້ວຄວນບໍລິຈາກເງິນທຶນໃຫ້ພຽງພໍໃນທັນທີຕາມຄຳໝັ້ນສັນຍາ ເພື່ອທົດແທນເງິນທຶນດ້ານມະນຸດສະທຳທີ່ຂາດໄປຢ່າງແທ້ຈິງ.

ທ່ານໄຕ້ປິ່ງກ່າວຕື່ມວ່າ: ຈີນເປັນຜູ້ປົກປັກຮັກສາສັນຕິພາບໂລກ ແລະ ເປັນຜູ້ຊຸກຍູ້ການພັດທະນາຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ, ພະຍາຍາມຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຈີນໃຫ້ຄວາມສຳຄັນເປັນຢ່າງສູງແລະຕັ້ງໜ້າເຂົ້າຮ່ວມວຽກງານມະນຸດສະທຳຂອງໂລກ, ສະໜັບສະໜູນອົງການ ສປຊ ເສີມຂະຫຍາຍບົດບາດໃນການຈັດຕັ້ງແລະປະສານງານການ ຊ່ວຍເຫຼືອກູ້ໄພດ້ານມະນຸດສະທຳສາກົນ. ຈີນຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຊ່ວຍເຫຼືອກູ້ໄພສາກົນທີ່ສຳຄັນ. ໃນຕໍ່ໜ້ານີ້, ຈີນຍິນດີຮ່ວມກັບປະຊາຄົມໂລກ ສືບຕໍ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຊ່ວຍເຫຼືອກູ້ໄພດ້ານມະນຸດສະທຳຫຼາຍຝ່າຍແລະສອງຝ່າຍ, ສືບຕໍ່ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອແກ່ປະເທດທີ່ມີຄວາມຕ້ອງການຕາມຄວາມສາມາດຂອງຕົນ.