ກຳປັ່ນຟິລິບປິນເຈຕະນາຕຳກຳປັ່ນຕຳຫຼວດທາງທະເລຂອງຈີນ ເຮັດໃຫ້ກຳປັ່ນສອງປະເທດຂູດກັນ

2023-12-10 16:36:24 cri

ວັນທີ 10 ທັນວານີ້, ກຳປັ່ນຕຳຫຼວດທາງທະເລ 2 ລຳ, ກຳປັ່ນປະຕິບັດງານ 1 ລຳ ແລະ ກຳປັ່ນຂົນສົ່ງວັດຖະອຸປະກອນ 1 ລຳຂອງຟິລິບປິນໄດ້ເດີນເຮືອເຂົ້າສູ່ເຂດທະເລທີ່ໃກ້ກັບເກາະເຢີນໄອ້ຈ່ຽວໝູ່ເກາະໃນທະເລຈີນໃຕ້ຢ່າງຜິດກົດໝາຍ ໂດຍບໍ່ໄດ້ຮັບການອະນຸຍາດຈາກລັດຖະບານຈີນ. ດັ່ງນັ້ນ, ຕຳຫຼວດທາງທະເລຈີນໄດ້ນຳໃຊ້ມາດຕະການຄວບຄຸມຕໍ່ກຳປັ່ນຟິລິບປິນດັ່ງກ່າວຕາມກົດໝາຍ. ແຕ່ເວລາ 6 ໂມງ 39 ນາທີ, ກຳປັ່ນ ອູໄນຊາເມ 1 ຂອງຟິລິບປິນບໍ່ເອົາຫົວຊາຕໍ່ການແຈ້ງເຕືອນຢ່າງເຄັ່ງຂຶມຫຼາຍຄັ້ງຂອງຝ່າຍຈີນ, ໂດຍໄດ້ລະເມີດ “ກົດລະບຽບການຫຼີກເວັ້ນບໍ່ໃຫ້ຕຳກັນທາງທະເລສາກົນ”, ປ່ຽນທິດທາງການເດີນເຮືອຢ່າງກະທັນຫັນດ້ວຍວິທີທີ່ບໍ່ເປັນໄປຕາມຫຼັກວິຊາການແລະເປັນອັນຕະລາຍ, ເຈຕະນາຕຳກຳປັ່ນຕຳຫຼວດທາງທະເລເລກ 21556 ຂອງຈີນທີ່ກຳລັງເດີນເຮືອປະຕິບັດກົດໝາຍຢ່າງເປັນປົກກະຕິ, ເຮັດໃຫ້ກຳປັ່ນສອງລຳຂູດກັນ, ຄວາມຮັບຜິດຊອບດັ່ງກ່າວແມ່ນຂຶ້ນກັບຝ່າຍຟິລິບປິນທັງໝົດ.