ກຳມະບານທົ່ວປະເທດຈີນສ້າງຕັ້ງສູນບໍລິການເກືອບ 1,6 ແສນແຫ່ງ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ຜູ້ອອກແຮງງານຢູ່ກາງແຈ້ງ

2023-12-10 14:56:47 cri

 

    ຊຸມປີມໍ່ໆມານີ້, ສະຫະພັນກຳມະບານແຫ່ງຊາດຈີນໄດ້ແນໃສ່ຄວາມຫຍຸ້ງຍາກຕົວຈິງຕ່າງໆ ຄື: ການກິນເຂົ້າ, ດື່ມນ້ຳ, ພັກຜ່ອນ ແລະ ເຂົ້າຫ້ອງນ້ຳຂອງຜູ້ອອກແຮງຢູ່ກາງແຈ້ງ, ຊຸກຍູ້ໃຫ້ກຳມະບານຂັ້ນຕ່າງໆສ້າງຕັ້ງສູນບໍລິການຂອງກຳມະບານທີ່ຕົ້ນຕໍຮັບໃຊ້ຜູ້ອອກແຮງງານຢູ່ກາງແຈ້ງ, ເພື່ອປັບປຸງເງື່ອນໄຂດ້ານການເຮັດວຽກຂອງຜູ້ອອກແຮງງານເຫຼົ່ານີ້ໃຫ້ດີຂຶ້ນ. ນັບມາຮອດປັດຈຸບັນ, ທົ່ວປະເທດຈີນໄດ້ສ້າງຕັ້ງສູນບໍລິການຂອງກຳມະບານເກືອບ 160.000 ແຫ່ງ ແລະ ເຂົ້າເຖິງຜູ້ອອກແຮງງານຫຼາຍກວ່າ 100 ລ້ານຄົນ, ໂດຍໄດ້ໃຫ້ບໍລິການແກ່ຜູ້ອອກແຮງງານຢູ່ກາງແຈ້ງສະເລ່ຍຫຼາຍກວ່າ 3 ລ້ານເທື່ອຄົນຕໍ່ມື້.

    ສູນບໍລິການຂອງກຳມະບານໃຫ້ບໍລິການຕ່າງໆ ເຊັ່ນ: ນ້ຳດື່ມ, ອຸ່ນເຂົ້າ, ຢາ, ສະຖານທີ່ພັກຜ່ອນ, ຫ້ອງນ້ຳ ແລະ ອື່ນໆ, ນອກຈາກນີ້ແລ້ວ, ຍັງຈະປັບປຸງການບໍລິການຂັ້ນພື້ນຖານໃຫ້ສົມບູນຂຶ້ນຕື່ມອີກເທື່ອລະກ້າວ, ຈັດກິດຈະກຳສົ່ງກຳລັງໃຈ ແລະ ອໍານວຍຄວາມສະດວກຕ່າງໆ.