ການຍົກລະດັບການພົວພັນຈີນ-ເອີຣົບຕ້ອງໃຫ້ເອີຣົບຍົກລະດັບຄວາມຮັບຮູ້ຕໍ່ຈີນຢ່າງຖືກຕ້ອງຕື່ມອີກ

2023-12-11 14:41:49 cri

ວັນທີ 7 ທັນວາ 2023 ຢູ່ຫໍຮັບແຂກເມືອງຕ້ຽວອີທາຍທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຊາເລັສ ມີແຊວ ປະທານສະພາມົນຕີເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໃນໂອກາດເດີນທາງມາເຂົ້າຮ່ວມການພົບປະລະຫວ່າງຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 24 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍກ່າວວ່າ, ສອງຝ່າຍຄວນຍຶດໝັ້ນທີ່ຕັ້ງທີ່ຖືກຕ້ອງແຫ່ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ມີຄວາມຮັບຮູ້ຕໍ່ກັນທີ່ຖືກຕ້ອງ, ສຸມຈິດສຸມໃຈໃນການຂະຫຍາຍການພົວພັນລະຫວ່າງສອງຝ່າຍ. ຜູ້ນຳຝ່າຍເອີຣົບກ່າວວ່າ, ບໍ່ຢາກຕັດສາຍພົວພັນທາງເສດຖະກິດກັບຈີນ ແລະ ເຫັນວ່າ ເສດຖະກິດຈີນພັດທະນາຢ່າງໝັ້ນຄົງຍາວນານ ສອດຄ່ອງກັບຜົນປະໂຫຍດຂອງເອີຣົບ. ນັກວິເຄາະເຫັນວ່າ, ໂດຍປະເຊີນໜ້າກັບໂລກທີ່ເຕັມໄປດ້ວຍຄວມປັ່ນປ່ວນ, ຈີນ ແລະ ເອີຣົບສົນທະນາ ແລະ ຮ່ວມມືກັນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆນາໆ, ເປັນສັນຍານທີ່ຕັ້ງໜ້າ ແລະ ໜ້າຊົມເຊີຍຫຼາຍ.


ໃນການພົບປະຄັ້ງນີ້, ຈີນຍິນດີຖືເອົາສະຫະພາບເອີຣົບເປັນ “ໝູ່ຄູ່ທັງ 3 ດ້ານ” ຄື: ໝູ່ຄູ່ສຳຄັນແຫ່ງການຮ່ວມມືດ້ານເສດຖະກິດການຄ້າ, ໝູ່ຄູ່ບຸລິມະສິດແຫ່ງການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ ແລະ ໝູ່ຄູ່ທີ່ໄວ້ໃຈໄດ້ແຫ່ງການຮ່ວມມືດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ. ຜູ້ນຳເອີຣົບເຫັນວ່າ, ການຮ່ວມມືລະຫວ່າງເອີຣົບ-ຈີນ ແມ່ນສະເໝີພາບກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫວັງວ່າ ສອງຝ່າຍຈະພະຍາຍາມຮ່ວມກັນ ເພື່ອປົກປ້ອງຄວາມໝັ້ນທ່ຽງ ແລະ ຄວາມປອດໄພດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ.

ໃນການພົບປະຄັ້ງນີ້, ສອງຝ່າຍເຫັນວ່າ, ຄວນເພີ່ມທະວີການແລກປ່ຽນ ແລະ ປະສານງານກັນພາຍໃຕ້ຂອບຫຼາຍຝ່າຍ, ຍຶດໝັ້ນລັດທິຫຼາຍຝ່າຍ, ຊຸກຍູ້ການແກ້ໄຂບັນຫາຈຸດສຸມໃນສາກົນ ແລະ ພາກພື້ນທາງການເມືອງ. ຈີນຍິນດີສືບຕໍ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ເຊື່ອມຕໍ່ກັບແຜນການ “ປ່ອງຢ້ຽມໂລກ” ຂອງສະຫະພາບເອີຣົບ ເປັນຕົ້ນ, ຮ່ວມກັນຊ່ວຍປະເທດພວມພັດທະນາເລັ່ງລັດການພັດທະນາ ເຊິ່ງສະແດງໃຫ້ເຫັນວ່າ ຈີນ ແລະ ເອີຣົບມີຄວາມເຫັນທີ່ເປັນເອກພາບກັນຢ່າງກວ້າງຂວາງໃນທັດສະນະຄະຕິການບໍລິຫານທົ່ວໂລກ. ຂໍພຽງແຕ່ສອງຝ່າຍຮ່ວມມືກັນ, ກໍຈະບໍ່ມີການເປັນປໍລະປັກກັນເປັນຄ້າຍເກີດຂຶ້ນ, ໂລກນີ້ຈະບໍ່ແຕກແຍກກັນ ແລະ ມະນຸດເຮົາກໍຈະມີການພັດທະນາທີ່ກ້າວໜ້າ.


ການໄປມາຫສູ່ກັນລະຫວ່າງຈີນກັບສະຫະພາບເອີຣົບໃນຮອບ 20 ປີຜ່ານມາພິສູດໃຫ້ເຫັນວ່າ, ຖ້າຍຶດໝັ້ນຖືຝ່າຍກົງກັນຂ້າມເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ການພົວພັນລະຫວ່າງສອງຝ່າຍກໍຈະມີການຂະຫຍາຍຕົວ. 20 ປີຕໍ່ໄປ, ຈີນ ແລະ ເອີຣົບຍັງຄວນຍຶດໝັ້ນມີຄວາມຮັບຮູ້ທີ່ຖືກຕ້ອງຕໍ່ກັນ ເພື່ອຍົກລະດັບການພົວພັນຈີນ-ເອີຣົບ ໃນຂະບວນການຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ ແລະ ຂະບວນການເຊື່ອມໂຍງເຂົ້າກັນຂອງເອີຣົບ. ນີ້ບໍ່ພຽງແຕ່ຈະສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຝ່າຍເທົ່ານັ້ນ, ກໍຈະນຳເອົາຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນຫຼາຍກວ່າເກົ່າມາໃຫ້ແກ່ໂລກອີກດ້ວຍ.