ຈີນປະກາດນຳໜ້າອອກຂໍ້ລິເລີ່ມວ່າດ້ວຍການຈັດຕັ້ງປະຕິບັດ “ຂອບຊີວະນານາພັນໂລກຄຸນມິງ-ມອນເຕຣອານ”

2023-12-11 11:43:15 CRI

   



ໃນໄລຍະຈັດກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ28ຫຼືCOP28, ຈີນໄດ້ປະກາດນຳໜ້າອອກຂໍ້ລິເລີ່ມວ່າດ້ວຍການຈັດຕັ້ງປະຕິບັດ  “ຂອບຊີວະນານາພັນໂລກຄຸນມິງ-ມອນເຕຣອານ”.



   ວັນທີ 9 ທັນວານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມກິດຈະກຳລະດັບສູງວ່າດ້ວຍການຊຸກຍູ້ຈັດຕັ້ງປະຕິບັດເປົ້າໝາຍ “3030”ພາຍໃຕ້ຂອບຊີວະນານາພັນໂລກຄຸນມິງ-ມອນເຕຣອານຄື ເປົ້າໝາຍຮອດປີ2030ອະນຸລັກແຜ່ນດິນ30% ແລະທະເລ30%ຂອງທົ່ວໂລກຜ່ານຮູບແບບວິດີໂອ, ທ່ານຫວງຢຸ້ນຊິວ ລັດຖະມົນຕີກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນໄດ້ປະກາດນຳໜ້າອອກຂໍ້ລິເລີ່ມວ່າດ້ວຍການຈັດຕັ້ງປະຕິບັດ “ຂອບຊີວະນານາພັນໂລກຄຸນມິງ-ມອນເຕຣອານ” ໃນຖານະເປັນປະທານກອງປະຊຸມພາຄີສົນທິສັນຍາຊີວະນານາພັນຄັ້ງທີ15.

   ທ່ານຫວງຢຸ້ນຊິວປະກາດວ່າ: ຈີນຍິນດີຮ່ວມກັບປະຊາຄົມໂລກຮ່ວມມືກັນຮັບມືກັບສິ່ງທ້າທາຍຕ່າງໆໃນທົ່ວໂລກເຊັ່ນ: ສະພາວະສູນເສຍຊີວະນານາພັນ, ການປ່ຽນແປງຂອງດິນຟ້າອາກາດແລະອື່ນໆ, ຮ່ວມກັນຊຸກຍູ້ໃຫ້ກອງປະຊຸມ COP28ໄດ້ຮັບຜົນສຳເລັດ, ຮ່ວມກັນສ້າງສາໜ່ວຍໂລກທີ່ເປັນບ້ານເມືອງຮ່ວມສຳລັບຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.