ຈາກເດືອນມັງກອນ ຫາເດືອນພະຈິກປີ 2023 ນີ້ ການລົງທຶນເຂົ້າໃນຊັບສິນຄົງທີ່ດ້ານທາງລົດໄຟທົ່ວປະເທດຈີນມີເຖິງ 640,7 ຕື້ຢວນ

2023-12-11 15:30:02 CRI


ຈາກເດືອນມັງກອນ ຫາເດືອນພະຈິກປີ 2023 ນີ້, ທົ່ວປະເທດຈີນໄດ້ສຳເລັດ ການລົງທຶນເຂົ້າໃນຊັບສິນຄົງທີ່ດ້ານທາງລົດໄຟ ເຖິງ 640,7 ຕື້ຢວນ, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ. ນັບມາຮອດວັນທີ 30 ພະຈິກ 2023, ໄລຍະທາງລົດໄຟທີ່ເປີດບໍລິການໃນທົ່ວປະເທດຈີນບັນລຸຫຼາຍກວ່າ 155.500 ກິໂລແມັດ, ໃນນັ້ນມີເສັ້ນທາງລົດໄຟຄວາມໄວສູງ 43.700 ກິໂລແມັດ.