ຈຳນວນນົກກະລຽນປ່າຈາກ 7 ໂຕເພີ່ມຂຶ້ນເປັນໝື່ນໂຕ ສ່ອງແສງໃຫ້ເຫັນເຖິງສິ່ງແວດລ້ອມນິເວດຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ

2023-12-11 16:26:18 cri

ເດືອນພຶດສະພາປີ 1981, ເມືອງຢາງຊ້ຽນແຂວງສານຊີຂອງຈີນໄດ້ພົບເຫັນນົກກະລຽນປ່າທີ່ເຫຼືອພຽງ 7 ໂຕໃນໂລກ. ຫຼັງຈາກນັ້ນ, ຜູ້ອະນຸລັກນົກກະລຽນປ່າໄດ້ພະຍາຍາມຢ່າງບໍ່ລົດລະເປັນເວລາ 42 ປີ, ເຮັດໃຫ້ຈຳນວນນົກກະລຽນປ່າໄດ້ເພີ່ມຂຶ້ນເປັນ 11.000 ກວ່າໂຕໃນປີ 2023. ຈາກນົກປະເພດທີ່ສ່ຽງຈະສູນພັນ ກາຍມາເປັນນົກທີ່ມີຈຳນວນຫຼາຍກວ່າໝື່ນໂຕ, ຂະບວນການອະນຸລັກນົກກະລຽນປ່າຂອງຈີນ ກໍໄດ້ສ່ອງແສງໃຫ້ເຫັນເຖິງສິ່ງແວດລ້ອມນິເວດຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.


ໃນໂລກນີ້ມີສັດ, ພືດ ແລະ ຈຸລີນຊີ 13 ລ້ານກວ່າຊະນິດ ເຊິ່ງໄດ້ສ້າງພື້ນຖານທີ່ສຳຄັນໃຫ້ແກ່ການດຳລົງຊີວິດ ແລະ ການພັດທະນາຂອງມວນມະນຸດ. ການປົກປ້ອງຊີວະນານາພັນ ແລະ ການອະນຸລັກສິ່ງແວດລ້ອມທຳມະຊາດສຳລັບສັດປ່າ ເປັນເນື້ອໃນສຳຄັນໃນການສ້າງສາຄວາມສີວິໄລດ້ານນິເວດ ແລະ ກໍແມ່ນພາລະໜ້າທີ່ທີ່ຈຳເປັນຂອງມວນມະນຸດ. ໃນຊຸມປີຜ່ານມາ, ຄຽງຄູ່ກັບສິ່ງແວດລ້ອມນິເວດຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ການປົກປ້ອງຊີວະນານາພັນຂອງຈີນນັບມື້ນັບດີຂຶ້ນ.

ສັດ ແລະ ພືດຫາຍາກ ຫຼື ໃກ້ຈະສູນພັນຂອງຈີນຈຳນວນໜຶ່ງໄດ້ຟື້ນຟູເທື່ອລະກ້າວ ເຊິ່ງໄດ້ເປັນແບບຢ່າງໃຫ້ແກ່ການອະນຸລັກສັດ ແລະ ພືດປ່າຂອງໂລກ. ປັດຈຸບັນນີ້, ສັດ ແລະ ພືດຊະນິດຕ່າງໆໃນທົ່ວໂລກໄດ້ສູນພັນໄປນັບມື້ນັບຫຼາຍຂຶ້ນ, ຊີວະນານາພັນເຊື່ອມເສຍ ແລະ ລະບົບນິເວດປະສົບຄວາມເສຍຫາຍ ໄດ້ເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ການຄົງຕົວ ແລະ ການພັດທະນາຂອງມວນມະນຸດ. ການປັບປຸງສິ່ງແວດລ້ອມນິເວດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ແລະ ສ້າງເງື່ອນໄຂດຳລົງຊີວິດ ແລະແຜ່ພັນທີ່ດີກວ່າເກົ່າໃຫ້ແກ່ສັດ ແລະ ພືດຊະນິດຫາຍາກຕ່າງໆ ແມ່ນພາລະໜ້າທີ່ຮ່ວມຂອງສັງຄົມມະນຸດ.


ແຜ່ນດິນຈີນໃນປັດຈຸບັນໄດ້ສ້າງສິ່ງແວດລ້ອມທີ່ດີໃຫ້ແກ່ຊີວະນານາພັນ. ສວນພືດເຂດຮ້ອນສິບສອງພັນນາແຂວງຢຸນນານຈີນ ມີພືດເປັນ 13.000 ກວ່າຊະນິດ, ໄດ້ສ້າງເຂດພືດສະເພາະ 38 ເຂດ, ລີງແຂນຍາວໄຫຫຼຳຈາກບໍ່ຮອດ 10 ໂຕໃນ 2 ກຸ່ມເພີ່ມຂຶ້ນເປັນ 33 ໂຕໃນ 5 ກຸ່ມ, ນົກກະລຽນຈາກ 7 ໂຕເພີ່ມຂຶ້ນເປັນໝື່ນໂຕ, ໝີແພນດາໄດ້ຈາກໃກ້ຈະສູນພັນກາຍມາເປັນສ່ຽງຈະສູນພັນ. ການອະນຸລັກສິ່ງແວດລ້ອມບໍ່ພຽງແຕ່ໄດ້ເພີ່ມຄວາມສວຍງາມໃຫ້ແກ່ບ້ານເມືອງເທົ່ານັ້ນ, ກໍໄດ້ເຮັດໃຫ້ສະພາບຊີວະນານາພັນສົມບູນຂຶ້ນຕື່ມອີກ.

ການປົກປ້ອງຊີວະນານາພັນ ໄດ້ເປັນເສັ້ນລະວັງຂອບຄວາມປອດໄພຂອງສະພາບນິເວດ ແລະ ຕ້ອງການພະຍາຍາມຢ່າງຕໍ່ເນື່ອງ. ໃນຂະບວນການອອກເດີນທາງຄັ້ງໃໝ່ແຫ່ງການພັດທະນາຂອງຈີນ, ຈີນໄດ້ຈັດເອົາການປົກປ້ອງຊີວະນານາພັນເຂົ້າໃນ “ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14” ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການປົກປ້ອງສະພາບຊີວະນານາພັນ ແລະ ສ້າງເຄືອຂາຍປົກປ້ອງຊີວະນານາພັນ, ພ້ອມທັງໄດ້ເພີ່ມທະວີການປົກປ້ອງ ແລະ ການຟື້ນຟູສະຖານທີ່ດຳລົງຊີວິດຂອງສັດ ແລະ ພືດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຕ່າງໆ. ນົກກະລຽນ ແລະ ໝີແພນດາໄດ້ມີຈຳນວນເພີ່ມຂຶ້ນຢ່າງເປັນກ້າວໆ ເຊິ່ງສະແດງໃຫ້ເຫັນວ່າ, ການປັບປຸງສິ່ງແວດລ້ອມນິເວດຂອງຈີນໃນໄລຍະດົນນານມານີ້ ພວມປະສົບຜົນສຳເລັດ. ການເຮັດໃຫ້ສັດ ແລະ ພືດປະເພດຫາຍາກຕ່າງໆມີຈຳນວນເພີ່ມຂຶ້ນເລື້ອຍໆ, ຍັງຕ້ອງການໃຫ້ທົ່ວໂລກຮ່ວມແຮງຮ່ວມໃຈກັນ ແລະ ມີການປະຕິບັດຕົວຈິງ.