ເລຂາທິການໃຫຍ່ ສປຊ ຮຽກຮ້ອງອີກເທື່ອໜຶ່ງໃຫ້ບັນລຸການຢຸດຍິງເພື່ອມະນຸດສະທໍາຢູ່ເຂດກາຊາ

2023-12-11 10:50:50 CRI

 

   ວັນທີ 10 ທັນວານີ້ຕາມເວລາທ້ອງຖິ່ນ, ໃນເວລາເຂົ້າຮ່ວມເວທີເປິກສາຫາລືໂດຮາຢູ່ນະຄອນຫຼວງໂດຮາ ປະເທດກາຕາ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງອີກເທື່ອໜຶ່ງໃຫ້ບັນລຸການຢຸດຍິງເພື່ອມະນຸດສະທໍາຢູ່ເຂດກາຊາ.


   ໃນໂອກາດນີ້, ທ່ານ ກູເຕີເຣັສ ຢືນຢັນວ່າ: ທ່ານຮູ້ສຶກເສຍໃຈຕໍ່ອາເມຣິກາປະຕິເສດຮ່າງມະຕິສະບັບໜຶ່ງຂອງສະພາຄວາມໝັ້ນຄົງ ສປຊ ທີ່ມີຈຸດປະສົງເພື່ອຊຸກຍູ້ໃຫ້ບັນລຸການຢຸດຍິງເພື່ອມະນຸດສະທໍາລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນ ໃນວັນທີ 8 ທັນວານີ້, ແຕ່ແນວໃດກໍຕາມ, ທ່ານຈະບໍ່ປະຖິ້ມຄວາມພະຍາຍາມເພື່ອບັນລຸການຢຸດຍິງເພື່ອມະນຸດສະທໍາຢູ່ເຂດກາຊາ. ນອກນີ້, ທ່ານ ກູເຕີເຣັສ ກ່າວຕື່ມວ່າ: ສະພາບການຢູ່ເຂດກາຊາພວມຮ້າຍແຮງຂຶ້ນຢ່າງວ່ອງໄວ ແລະ ກາຍເປັນໄພພິບັດ ເຊິ່ງອາດຈະສົ່ງຜົນກະທົບທີ່ບໍ່ສາມາດກູ້ຄືນໃຫ້ແກ່ປະຊາຊົນປາແລັດສະຕິນ ກໍຄື ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນດັ່ງກ່າວ.