ກອງປະຊຸມເລືອກຕັ້ງສະພາຂັ້ນເຂດແຄວ້ນຊຸດທີ 7 ຂອງເຂດບໍລິຫານພິເສດຮົງກົງໄດ້ຈັດຂຶ້ນຢ່າງສຳເລັດຜົນ

2023-12-11 15:41:00 cri


ວັນທີ 10 ທັນວານີ້, ເຂດບໍລິຫານພິເສດຮົງກົງໄດ້ຈັດກອງປະຊຸມເລືອກຕັ້ງສະພາຂັ້ນເຂດແຄວ້ນຊຸດທີ 7 ຢ່າງສຳເລັດຜົນ. ນີ້ເປັນການເລືອກຕັ້ງສະພາຂັ້ນເຂດແຄວ້ນຄັ້ງທຳອິດທີ່ຜັນຂະຫຍາຍຫຼັກການ “ຜູ້ຮັກຊາດປົກຄອງຮົງກົງ” ພາຍຫຼັງການປັບປຸງລະລຽບການສະພາຂັ້ນເຂດແຄວ້ນ ເຊິ່ງສະແດງໃຫ້ເຫັນວ່າ ຮົງກົງໄດ້ກ້າວໄປຂ້າງໜ້າຢ່າງໜັກແໜ້ນອີກຄັ້ງຢູ່ບົນເສັ້ນທາງການຄຸ້ມຄອງບໍລິຫານຢ່າງມີຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບ.

ໃນກອງປະຊຸມຄັ້ງນີ້ ໄດ້ເລືອກເອົາສະມາຊິກສະພາໃນວົງການຄະນະກຳມະການເຂດແຄວ້ນ 176 ທ່ານ ແລະ ສະມາຊິກສະພາທ້ອງຖິ່ນ 88 ທ່ານ. ສະພາຂັ້ນເຂດແຄວ້ນຊຸດໃໝ່ໄດ້ດຶງດູດບຸກຄົນທີ່ຮັກຊາດຮັກຮົງກົງ ແລະ ມີສະຖານະພາບທີ່ຕ່າງກັນເຂົ້າຮ່ວມວຽກງານຂອງເຂດແຄວ້ນ. ໃນນັ້ນມີຫຼາຍທ່ານແມ່ນນັກວິຊາການ, ແຜນແມ່ບົດດ້ານການເມືອງທີ່ເຂົາເຈົ້າສະເໜີອອກມານັ້ນຈະສອດຄ່ອງກັບສະພາບຕົວຈິງຂອງເຂດແຄວ້ນ ທັງພິຈາລະນາເຖິງຄວາມຕ້ອງການແຫ່ງການພັດທະນາລວມ ແລະ ຍາວໄກຂອງຮົງກົງ. ສະພາຂັ້ນເຂດແຄວ້ນຊຸດໃໝ່ໄດ້ຕາງໜ້າໃຫ້ທົ່ວສັງຄົມຮົງກົງຢ່າງກວ້າງຂວາງ, ໄດ້ສ່ອງແສງເຖິງຄວາມປາຖະໜາຂອງປະຊາຊົນຢ່າງຮອບດ້ານ, ເປັນການປັບປຸງ ແລະ ຍົກລະດັບຂອງປະຊາທິປະໄຕຮົງກົງ.