ກອງປະຊຸມ COP28 ປະກາດແຜນການສະໜັບສະໜູນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນການຜະລິດກະສິກຳ

2023-12-11 15:41:52 cri

ວັນທີ 10 ທັນວານີ້, ໃນໄລຍະຈັດກອງປະຊຸມພາຄີ ສົນທິສັນຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP28, ສະຫະລັດອາຣັບເອມີເຣດ ປະເທດປະທານ COP28, ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ ຫຼື FAO, ທະນາຄານໂລກ, ອົງການຄົ້ນຄວ້າເປິກສາຫາລືກະສິກຳສາກົນ ແລະ ກອງທຶນພັດທະນາກະສິກຳສາກົນ ໄດ້ຮ່ວມກັນປະກາດເລີ່ມປະຕິບັດແຜນການສະໜັບສະໜູນຮ່ວມ ຊາມເອວເຊອິກ (Sharm el Sheikh).

ນີ້ແມ່ນແຜນການສະໜັບສະໜູນຄົບຊຸດທີ່ຈະດຳເນີນເປັນເວລາ 3 ປີ ເພື່ອຊ່ວຍເຫຼືອປະເທດຕ່າງໆປ່ອຍເງິນທຶນສະໜັບສະໜູນກະສິກອນ, ຜູ້ຜະລິດສະບຽງອາຫານພ້ອມດ້ວຍວິສາຫະກິດກະສິກຳຂະໜາດນ້ອຍແລະອື່ນໆ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງຮັບປະກັນການຜະລິດກະສິກຳ.