ຫຼຸດການນໍາໃຊ້ວັດຖຸເຊື້ອໄຟຟອດຊິວ ເພື່ອປົກປັກຮັກສາໜ່ວຍໂລກຂອງພວກເຮົາ

2023-12-13 15:48:17 cri

ວັນທີ 12 ທັນວານີ້, ກອງປະຊຸມພາຄີ “ສົນທິສັນຍາການປ່ຽນແປງດິນຟ້າອາກາດຂອງອົງການ ສປຊ” ຄັ້ງທີ 28 ຫຼື COP 28 ໄດ້ອັດລົງແລ້ວ. ບັນຫາກ່ຽວກັບການນໍາໃຊ້ວັດຖຸເຊື້ອໄຟຟອດຊິວໄດ້ກາຍເປັນບັນຫາຈຸດສຸມຂອງກອງປະຊຸມຄັ້ງນີ້.

ການປົກປັກຮັກສາສິ່ງແວດລ້ອມໄດ້ກາຍເປັນໜຶ່ງໃນບັນຫາທີ່ຮີບດ່ວນທີ່ສຸດທີ່ໂລກກໍາລັງປະເຊີນໜ້າໃນປັດຈຸບັນ. ອາກາດທົ່ວໂລກຮ້ອນຂຶ້ນ, ສະພາບອາກາດຮຸນແຮງ, ລະດັບໜ້ານໍ້າທະເລເພີ່ມຂຶ້ນ, ຄວາມຫຼາກຫຼາຍຂອງຊີວະນານາພັນສູນເສຍໄປ ແລະ ບັນຫາອື່ນໆ ຕ່າງກໍແມ່ນຍ້ອນການປ່ອຍອາຍພິດເຮືອນແກ້ວທີ່ມາຈາກການນໍາໃຊ້ວັດຖຸເຊື້ອໄຟຟອດຊິວ. ປີ 2023 ທີ່ໃກ້ຈະຜ່ານໄປ ຈະກາຍເປັນປີຮ້ອນທີ່ສຸດນັບຕັ້ງແຕ່ເລີ່ມເກັບກໍາສະຖິຕິເປັນຕົ້ນມາ. ຖ້າພວກເຮົາບໍ່ຫຼຸດການນໍາໃຊ້ວັດຖຸເຊື້ອໄຟຟອດຊິວຢ່າງທັນການ, ໂລກຂອງພວກເຮົາຈະປະເຊີນກັບຜົນກະທົບທີ່ຮ້າຍແຮງກວ່າເກົ່າ, ຍິ່ງໄປກວ່ານັ້ນ ອາດຈະເປັນໄພຂົ່ມຂູ່ຕໍ່ການຄົງຕົວຂອງມວນມະນຸດ.

ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ປະຊາຄົມໂລກໄດ້ບັນລຸ “ສັນຍາປາຣີ” ໃນປີ 2015 ໂດຍມີຈຸດປະສົງເພື່ອຄວບຄຸມການປ່ອຍອາຍພິດເຮືອນແກ້ວ ແລະ ພະຍາຍາມຈໍາກັດການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍບໍ່ໃຫ້ເກີນ 1,5 ອົງສາ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ບັນດາປະເທດຕ້ອງປະຕິບັດການເຄື່ອນໄຫວ, ເລັ່ງການຫັນປ່ຽນຮູບແບບການນໍາໃຊ້ພະລັງງານ, ພັດທະນາພະລັງງານໝູນວຽນ ແລະ ຫຼຸດຜ່ອນການນໍາໃຊ້ວັດຖຸເຊື້ອໄຟຟອດຊິວ.

ກ່ອນໜ້ານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ຮຽກຮ້ອງໃຫ້ COP 28 ຕ້ອງສົ່ງສັນຍານຢ່າງຈະແຈ້ງວ່າ: ສະໄໝຂອງວັດຖຸເຊື້ອໄຟຟອດຊິວໄດ້ສິ້ນສຸດລົງແລ້ວ,ນີ້ເປັນເລື່ອງທີ່ປັດສະຈາກບໍ່ໄດ້. ທ່ານກ່າວເນັ້ນໜັກວ່າ: ຕໍ່ສິ່ງດັ່ງກ່າວນີ້ຕ້ອງການໃຫ້ປະຊາຄົມໂລກພະຍາຍາມຮ່ວມກັນ ໂດຍສະເພາະແມ່ນພະລັງດ້ານການນໍາພາຂອງປະເທດທີ່ພັດທະນາແລ້ວ ແລະ ປະເທດຕົ້ນຕໍ່ໃນການປ່ອຍອາຍພິດເຮືອນແກ້ວ.

ໃນຖານະເປັນປະເທດກໍາລັງພັດທະນາໃຫຍ່ທີ່ສຸດໃນໂລກ, ຈີນໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຄຸ້ມຄອງດິນຟ້າອາກາດໂລກ. ຈີນເປັນຜູ້ສະໜັບສະໜູນ ແລະ ຜູ້ປະຕິບັດ “ສັນຍາປາຣີ” ຢ່າງເດັດດ່ຽວ ໂດຍໄດ້ໃຫ້ຄໍາໝັ້ນສັນຍາວ່າ: ຈີນຈະພະຍາຍາມບັນລຸການປ່ອຍກາກບອນໃຫ້ເຖິງຈຸດສູງສຸດກ່ອນປີ 2030 ແລະ ບັນລຸຄວາມເປັນກາງທາງດ້ານກາກບອນກ່ອນປີ 2060. ນີ້ເປັນເປົ້າໝາຍທີ່ມີລັກສະນະທ້າທາຍ ແລະ ເປັນຄໍາໝັ້ນສັນຍາທີ່ມີຄວາມຮັບຜິດຊອບຕໍ່ມວນມະນຸດ. ນອກນີ້, ຈີນຍັງໄດ້ຊຸກຍູ້ການຮ່ວມມືສາກົນຢ່າງຕັ້ງໜ້າ, ສະໜັບສະໜູບປະເທດກໍາລັງພັດທະນາອື່ນໆຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍໃນດ້ານເງິນທຶນ, ເຕັກນິກ ແລະ ການກໍ່ສ້າງຄວາມສາມາດ. ການເຄື່ອນໄຫວຂອງຈີນໄດ້ເປັນ ແບບຢ່າງໃຫ້ກັບການຄຸ້ມຄອງດິນຟ້າອາກາດໃນທົ່ວໂລກ ແລະ ໄດ້ຮັບການຍ້ອງຍໍສັນລະເສີນຢ່າງກວ້າງຂວາງຈາກປະຊາຄົມໂລກ.

    ການຫຼຸດການນໍາໃຊ້ວັດຖຸເຊື້ອໄຟຟອດຊິວ ແລະ ປົກປັກຮັກສາໜ່ວຍໂລກຂອງພວກເຮົາເປັນຄວາມຮັບຜິດຊອບ ແລະ ພາລະໜ້າທີ່ຮ່ວມຂອງພວກເຮົາ. ພວກເຮົາຄວນສາມັກຄີກັນ ແລະ ຮ່ວມມືກັນ, ທໍາຄວາມພະຍາຍາມເພື່ອບັນລຸການຢູ່ຮ່ວມກັນຢ່າງກົມກຽວກັນລະຫວ່າງມວນມະນຸດ ກັບ ທໍາມະຊາດ ແລະ ສ້າງອະນາຄົດອັນດີງາມ.