ທ່ານສີຈິ້ນຜິງພົບປະເຈລະຈາກັບທ່ານຫວໍວັນເຖືອງ ປະທານປະເທດຫວຽດນາມ

2023-12-13 16:28:20 CRI


ຕອນເຊົ້າວັນທີ 13 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານຫວໍວັນເຖືອງ ປະທານປະເທດຫວຽດນາມ ຢູ່ທຳນຽບປະທານປະເທດທີ່ນະຄອນຫຼວງຮ່າໂນ້ຍ.


ທ່ານສີຈິ້ນຜິງຊີ້ອອກວ່າ, ມື້ວານນີ້, ຂ້າພະເຈົ້າ ແລະ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງໄດ້ລົງເລິກແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງ, ຮ່ວມກັນປະກາດສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດ, ຮ່ວມກັນເປີດໄລຍະໃໝ່ແຫ່ງການຂະຫຍາຍສາຍພົວພັນສອງພັກ ສອງລັດຖະບານຈີນ-ຫວຽດນາມ. ສິ່ງນີ້ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດ, ທັງສອດຄ່ອງກັບທິດທາງຂະຫຍາຍຕົວຂອງສາຍພົວພັນສອງຝ່າຍ. ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ດ້ານປະຫວັດສາດ, ຈີນຍິນດີຮ່ວມກັບຫວຽດນາມ, ລົງເລິກການແລກປ່ຽນດ້ານຍຸດທະສາດ, ຊຸກຍູ້ຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດແຕກໜໍ່ຈໍ່ແໜງ ແຕກດອກອອກຜົນ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ.