ທ່ານນາງເຜີງລີ້ຢວນຮ່ວມກັບພັນລະຍາປະທານປະເທດຫວຽດນາມຢ້ຽມຢາມມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ

2023-12-13 15:41:03 CRI



ຕອນເຊົ້າວັນທີ13ທັນວານີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍພາຍໃຕ້ການເປັນເພື່ອນຮ່ວມທາງຂອງທ່ານນາງ ຟານຖິແທັງເຕິມ ພັນລະຍາຂອງທ່ານຫວໍວັນເຖືອງ ປະທານປະເທດຫວຽດນາມ.



ທ່ານນາງເຜີງລີ້ຢວນໄດ້ຮັບຟັງການແນະນຳສະພາບການດ້ານຕ່າງໆຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍເຊັ່ນ: ການສ້າງຕັ້ງ, ການຮຽນການສອນແລະການແລກປ່ຽນກັບສາກົນເປັນຕົ້ນ, ຫວັງວ່າ ສອງຝ່າຍຈະເພີ່ມທະວີການແລກປ່ຽນຮ່ວມມືດ້ານການສຶກສາຕື່ມອີກ, ຍິນດີຕ້ອນຮັບຊາວໜຸ່ມຫວຽດນາມໄປສຶກສາຮ່ຳຮຽນຢູ່ຈີນໃຫ້ຫຼາຍກວ່າເກົ່າເພື່ອເພີ່ມຄວາມເຂົ້າໃຈກັນແລະມິດຕະພາບ.