ປີ 2024 ວຽກງານເສດຖະກິດຈີນມີຈຸດສຸມຄືແນວໃດ?

2023-12-14 12:12:00 CRI


ກອງປະຊຸມວຽກງານເສດຖະກິດສູນກາງຈີນທີ່ຈັດຂຶ້ນໃນທ້າຍປີຂອງທຸກປີເປັນຊ່ອງທາງສຳຄັນຢ່າງໜຶ່ງສຳລັບຄົນຕ່າງປະເທດສັງເກດທ່າອ່ຽງການພັດທະນາເສດຖະກິດຂອງຈີນ. ລະຫວ່າງວັນທີ 11 ຫາ 12 ທັນວານີ້, ກອງປະຊຸມວຽກງານເສດຖະກິດສູນກາງຈີນໄດ້ຈັດຂຶ້ນຕາມເວລາກຳນົດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ສຳຄັນ.


ໃນກອງປະຊຸມຄັ້ງນີ້ໄດ້ມີການຕີລາຄາໂດຍພື້ນຖານວ່າ: ການພັດທະນາຂອງຈີນປະເຊີນກັບເງື່ອນໄຂທີ່ເປັນຜົນດີຫຼາຍກວ່າເງື່ອນໄຂທີ່ບໍ່ເປັນຜົນດີ, ທ່າອ່ຽງພື້ນຖານທີ່ເສດຖະກິດດີຂຶ້ນ ແລະກ້າວໄປໃນທິດທາງທີ່ດີໃນໄລຍະຍາວນັ້ນບໍ່ມີການປ່ຽນແປງ, ຕ້ອງເພີ່ມຄວາມໝັ້ນໃຈໃຫ້ສູງຂຶ້ນ.



ກອງປະຊຸມຄັ້ງນີ້ໄດ້ວາງແຜນແມ່ບົດ ແລະ ແຜນດຳເນີນງານລະອຽດກ່ຽວກັບຈຸດສຸມວຽກງານເສດຖະກິດຈີນໃນປີ 2024, ໃນນັ້ນໜ້າທີ່ໃຈກາງແມ່ນຊຸກຍູ້ການພັດທະນາເສດຖະກິດດ້ວຍຄຸນນະພາບສູງ, ຈະຊຸກຍູ້ຈາກ 9 ດ້ານຢ່າງໜັກແໜ້ນ, ໃນນັ້ນລວມທັງການໃຫ້ການປະດິດສ້າງດ້ານວິທະຍາສາດເຕັກນິກນຳພາການສ້າງສາລະບົບອຸດສາຫະກຳທັນສະໄໝ, ອອກແຮງຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ພັດທະນາເສດຖະກິດດີຈີຕອນ, ເລັ່ງລັດຊຸກຍູ້ການພັດທະນາປັນຍາປະດິດ; ອອກແຮງເປີດກວ້າງຄວາມຕ້ອງການພາຍໃນປະເທດ, ເພີ່ມລາຍຮັບຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດ, ເປີດກວ້າງຂະໜາດຂອງກຸ່ມຄົນທີ່ມີລາຍຮັບປານກາງ, ປັບປຸງສະພາບແວດລ້ອມດ້ານການບໍລິໂພກໃຫ້ດີຂຶ້ນ; ລົງເລິກການປະຕິຮູບໃນຂົງເຂດສຳຄັນ, ຊຸກຍູ້ໃຫ້ວິສາຫະກິດເອກະຊົນພັດທະນາເຂັ້ມແຂງຂຶ້ນ.


ສຳລັບວຽກງານຈຸດສຸມໃນປີ 2024, ໄດ້ສະເໜີເປັນຄັ້ງທຳອິດວ່າ ຈະສ້າງຍີ່ຫໍ້ “ການລົງທຶນຢູ່ຈີນ”, ໂດຍສະເໜີວ່າ ຈະແກ້ໄຂຂໍ້ຈຳກັດສຳລັບຄົນຕ່າງປະເທດມາດຳເນີນທຸລະກິດ ຮ່ຳຮຽນ ແລະ ທ່ອງທ່ຽວຢູ່ຈີນ, ພ້ອມທັງໄດ້ສະເໜີໃຫ້ສ້າງສະພາບແວດລ້ອມດ້ານການດຳເນີນທຸລະກິດລະດັບແຖວໜ້າຕາມຫຼັກການຕະຫຼາດ ກົດໝາຍ ແລະ ເຊື່ອມໂຍງກັບສາກົນ. ພ້ອມກັນນັ້ນ, ຈີນຍັງຈະຫຼຸດຜ່ອນມາດຕະຖານອະນຸຍາດເຂົ້າຕະຫຼາດການບໍລິການ, ເຊັ່ນ: ໂທລະຄົມ, ການປິ່ນປົວ ແລະ ອື່ນໆ, ກຳແໜ້ນການຈັດຕັ້ງປະຕິບັດ 8 ໂຄງການທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ປະສານສົມທົບຊຸກຍູ້ໂຄງການສຳຄັນທີ່ມີລັກສະນະເປັນຂີດໝາຍ ແລະ ໂຄງການຊີວິດການເປັນຢູ່ຂອງປະຊາຊົນທີ່ “ລົງທຶນໜ້ອຍແຕ່ມີປະສິດທິຜົນທີ່ດີ”.


ຈີນຈະປະຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນໄລຍະຍາວ ຢ່າງບໍ່ມີການປ່ຽນແປງ, ຍິນດີຊຸກຍູ້ເສດຖະກິດໂລກພັດທະນາ ແລະ ຈະເລີນຮຸ່ງເຮືອງພ້ອມກັນ, ຍິນດີເຂົ້າຮ່ວມການຮ່ວມມືສາກົນ. ເວົ້າສຳລັບໂລກແລ້ວ, ປະຊາຊົນຈີນ 1,4 ຕື້ກວ່າຄົນກ້າວໄປສູ່ຄວາມທັນສະໄໝ ແລະ ສະແຫວງຫາຊີວິດການເປັນຢູ່ທີ່ດີກວ່າເກົ່ານັ້ນໄດ້ກາຍເປັນໂອກາດອັນໃຫຍ່ຫຼວງທີ່ການພັດທະນາຂອງຈີນນຳມາໃຫ້ແກ່ໂລກ.