6 ປະເທດຮ່ວມກັນເປິກສາຫາລືຊ່ອງທາງໃໝ່ແຫ່ງການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດກັນຢູ່ອະນຸພາກພື້ນແມ່ນ້ຳຂອງ

2023-12-14 10:36:02 cri

ໃນລະຫວ່າງວັນທີ 12 ຫາ 13 ທັນວານີ້, ກອງປະຊຸມຄະນະກຳມະການຮ່ວມຄັ້ງທີ 8 ກ່ຽວກັບສັນຍາວ່າດ້ວຍການໃຫ້ຄວາມສະດວກແກ່ການຂົນສົ່ງສິນຄ້າແລະຜູ້ໂດຍສານຂ້າມຊາດຢູ່ອະນຸພາກພື້ນແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນໄຫໂຂ້ວແຂວງໄຫຫຼຳຈີນ, ຜູ້ຮັບຜິດຊອບຂອງພາກສ່ວນຄົມມະນາຄົມຂົນສົ່ງ ແລະ ອົງການທີ່ກ່ຽວຂ້ອງຈາກ 6 ປະເທດ ຄື: ຈີນ, ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ຮ່ວມກັນເປິກສາຫາລືຊ່ອງທາງໃໝ່ແຫ່ງການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດກັນຢູ່ອະນຸພາກພື້ນແມ່ນ້ຳຂອງ, ຊຸກຍູ້ການສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າແລະຜູ້ໂດຍສານຂ້າມຊາດໃຫ້ມີການບຸກທະລຸຫຼາຍກວ່າເກົ່າຄັ້ງໃໝ່ ເພື່ອເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງອະນຸພາກພື້ນແມ່ນ້ຳຂອງ.

ທ່ານຫຼີຢາງ ຫົວໜ້າຄະນະຜູ້ແທນຈີນ, ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຈີນກ່າວວ່າ: ໃນຕໍ່ໜ້ານີ້, ຈະເພີ່ມທະວີການຮ່ວມມືແບບໄວ້ເນື້ອເຊື່ອໃຈກັນລະຫວ່າງປະເທດຕ່າງໆຢ່າງຕໍ່ເນື່ອງ, ດຳເນີນການສົນທະນາກັນຢ່າງຕັ້ງໜ້າ, ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງໜ່ວຍງານຕ່າງໆ ເພື່ອຍົກສູງລະດັບການສ້າງຄວາມສະດວກໃຫ້ແກ່ການຜ່ານດ່ານຢູ່ເສັ້ນທາງສາກົນຢ່າງບໍ່ຢຸດຢັ້ງ, ຍົກສູງປະສິດທິພາບໃນການຜ່ານດ່ານຕື່ມອີກ. ພ້ອມກັນນັ້ນ, ຈະຊຸກຍູ້ການຈັດຕັ້ງປະຕິບັດເອກະສານຕ່າງໆຢ່າງຮອບດ້ານ, ເພີ່ມທະວີການການປະຕິບັດງານແລະປັບປຸງກົນໄກຕິດຕາມຄຸ້ມຄອງໃຫ້ດີຂຶ້ນ, ຍົກສູງລະດັບການຄ້າຂາຍດ້ານການຄ້າລະຫວ່າງປະເທດໃນພາກພື້ນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ.