ຄໍາວ່າ “ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ໃນສາຍຕາຂອງອາເມຣິກາກໍຄື “ຝັນຮ້າຍ” ສໍາລັບປະຊາຊົນອູແກຣນ

2023-12-14 16:07:22 cri

ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນໃນວັນທີ 24 ກຸມພາ ປີ 2022 ເປັນຕົ້ນມາ, ການປະທະກັນດັ່ງກ່າວໄດ້ດໍາເນີນມາເປັນເວລາເກືອບ 2 ປີແລ້ວ. ຣັດເຊຍ ແລະ ອູແກຣນຕ່າງກໍມີເຈຕະນາຢາກຢຸດຍິງ ແຕ່ບໍ່ສາມາດບັນລຸການຢຸດຍິງໄດ້ຍ້ອນຢູ່ພາຍໃຕ້ການຄວບຄຸມຂອງອາເມຣິກາ.

ໃນກອງປະຊຸມຖະແຫຼງຂ່າວຮ່ວມຂອງທ່ານອັນໂຕນີໂອ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ແລະ ທ່ານເດວິດ ກາເມຣອນ ລັດຖະມົນຕີກະຊວງການຕ່າງປະເທດອັງກິດທີ່ໄປຢ້ຽມຢາມອາເມຣິກາທີ່ຈັດຂຶ້ນໃນວັນທີ 7 ທັນວານີ້, ທ່ານອັນໂຕນີໂອ ບລິນເກນກ່າວວ່າ: 90% ຂອງການຊ່ວຍເຫຼືອດ້ານຄວາມໝັ້ນຄົງຂອງພວກເຮົາໄດ້ໃຊ້ຢູ່ໃນອາເມຣິກາ, ໄດ້ໃຊ້ເຂົ້າໃນວິສາຫະກິດການຜະລິດ ແລະ ອຸດສາຫະກໍາການຜະລິດ, ໄດ້ສ້າງໂອກາດປະກອບອາຊີບໃຫ້ກັບຊາວອາເມຣິກາໄດ້ຫຼາຍກວ່າເກົ່າ, ໄດ້ເຮັດໃຫ້ເສດຖະກິດອາເມຣິກາມີການເຕີບໂຕຫຼາຍກວ່າເກົ່າ. ທ່ານກ່າວຕື່ມອີກວ່າ: ອາເມຣິກາຕ້ອງການສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການທະຫານແກ່ອູແກຣນ ເພື່ອຮັກສາສະຖານະການ “ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ຄໍາເວົ້າຂອງທ່ານບລິນເກນສະແດງໃຫ້ເຫັນວ່າ: “ການບັນລຸການຢຸດຍິງໂດຍໄວບໍ່ແມ່ນສິ່ງທີ່ອາເມຣິກາຢາກໄດ້”.

ແຕ່ວ່າ ເວົ້າສໍາລັບປະຊາຊົນອູແກຣນແລ້ວ, “ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ແບບນີ້ພັດເປັນຝັນຮ້າຍ. ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນເປັນຕົ້ນມາ, ລັດຖະບານອູແກຣນໄດ້ສະແຫວງຫາການສະໜັບສະໜູນ ແລະ ການປົກປ້ອງຈາກ ປະເທດຝ່າຍຕາເວັນຕົກ. ສ່ວນອາເມຣິກາ ແລະ ນາໂຕກໍໄດ້ກ່າວແລ້ວກ່າວອີກວ່າ: ພວກເຂົາເຈົ້າຈະຢືນຄຽງຂ້າງ ອູແກຣນຢ່າງເດັດດ່ຽວໜຽວແໜ້ນ, ໃຫ້ການຊ່ວຍເຫຼືອທຸກປະການທີ່ຈໍາເປັນ ເພື່ອສະກັດກັ້ນ “ການຮຸກຮານຂອງຣັດເຊຍ”.

ແຕ່ວ່າ, ຄໍາໝັ້ນສັນຍາດັ່ງກ່າວເປັນພຽງແຕ່ຄັນຕາລະບັດຈອມປອມຊື່ໆ ເຊິ່ງໄດ້ປິດບັງຜົນປະໂຫຍດ ແລະ ເຈຕະນາອັນແທ້ຈິງຂອງອາເມຣິກາ ແລະ ນາໂຕໃນການປະທະກັນດັ່ງກ່າວ ນັ້ນກໍຄື: ອາເມຣິກາຫວັງຢາກບັ່ນທອນກໍາລັງຂອງອັນທີ່ເອີ້ນວ່າພັນທະມິດ ແລະ ສັດຕູ ໂດຍຜ່ານ “ສົງຄາມຕົວແທນ”.

ທີ່ຈິງແລ້ວ, ອັນທີ່ເອີ້ນວ່າ “ການຊ່ວຍເຫຼືອ” ຂອງອາເມຣິກາ ແລະ ນາໂຕບໍ່ພຽງແຕ່ບໍ່ໄດ້ໃຫ້ການຄໍ້າປະກັນດ້ານຄວາມໝັ້ນຄົງຢ່າງມີປະສິດທິຜົນໃຫ້ແກ່ອູແກຣນເທົ່ານັ້ນ, ພັດຍັງໄດ້ເຮັດໃຫ້ວິກິດການອູແກຣນຮຸນແຮງຂຶ້ນອີກ. ວິສາຫະກິດອາວຸດຂອງອາເມຣິກາ ແລະ ນາໂຕໄດ້ຮັບຜົນກໍາໄລຢ່າງຫຼວງຫຼາຍຈາກການປະທະກັນດັ່ງກ່າວ, ແຕ່ອູແກຣນພັດຈະຕ້ອງ “ຕໍ່ສູ້ຈົນຮອດຄົນສຸດທ້າຍ”.

    ຜົນປະໂຫຍດດັ່ງກ່າວຂອງອາເມຣິກາ ແລະ ນາໂຕແມ່ນມາຈາກເລືອດ ແລະ ນໍ້າຕາຂອງຊາວອູແກຣນ. ປະຊາຊົນອູແກຣນບໍ່ພຽງແຕ່ຕ້ອງໄດ້ຮັບຄວາມທຸກໂສກ ແລະ ການເສຍຊີວິດຈາກສົງຄາມເທົ່ານັ້ນ, ຍັງຕ້ອງປະເຊີນກັບຄວາມທຸກຍາກ ແລະ ການຊຸດໂຊມລົງດ້ານເສດຖະກິດ, ຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບຂອງສັງຄົມ ພ້ອມດ້ວຍການສໍ້ລາດບັງຫຼວງ ແລະ ຄວາມຜິດຫວັງດ້ານການເມືອງອີກດ້ວຍ. ຜົນເສຍດັ່ງກ່າວແມ່ນກົງກັນຂ້າມກັບວ່າ “ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ຂອງອາເມຣິກາ ແລະ ເປັນ“ຝັນຮ້າຍ” ສໍາລັບປະຊາຊົນອູແກຣນນັ້ນເອງ.