ລະບຽບການ “ປະກວດດາວ” ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ

2023-12-14 17:14:26 cri


ຊຸມປີຜ່ານມານີ້, ເມືອງເຖິງຊ້ຽນນະຄອນອູໂຈ່ວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໄດ້ສຸມໃສ່ການກໍ່ສ້າງໃຫ້ຫັນເປັນທັນສະໄໝດ້ານລະບົບຄຸ້ມຄອງແລະຄວາມສາມາດຄຸ້ມຄອງຂັ້ນຮາກຖານ ໂດຍໄດ້ຄົ້ນຄວ້າແລະເຜີຍແຜ່ການປະຕິບັດຮູບແບບໃໝ່ແຫ່ງການຄຸ້ມຄອງຂັ້ນຮາກຖານເຊັ່ນ: ລະບຽບການ “ປະກວດດາລາ”, ລະບຽບການ “ຄະແນນສະສົມ” ແລະອື່ນໆຢູ່ຕາແສງຕ່າງໆພາຍໃນເມືອງຕົນ, ໂດຍໄດ້ຈັດໃຫ້ມີລາຍການປະກວດດາວຫຼາຍຢ່າງເຊັ່ນ “ດາວອະນາໄມ” “ດາວຜົນປະໂຫຍດສາທາລະນະ”, “ດາວການສ້າງທຸລະກິດ” “ດາວປະລິນຍາຕີ” ແລະອື່ນໆ ເພື່ອປຸກລະດົມຄວາມຫ້າວຫັນຂອງປະຊາຊົນຢ່າງເຕັມສ່ວນໃນວຽກງານຕ່າງໆເຊັ່ນ ການມີສ່ວນຮ່ວມໃນການຊຸກຍູ້ການພັດທະນາອຸດສາຫະກຳ, ການສ້າງໂຄງການວັດທະນະທຳ, ການສ້າງຄວາມສາມັກຄີກ້າວໜ້າຂອງຊົນເຜົ່າ, ການພັດທະນາການສຶກສາແລະອື່ນໆ ເພື່ອຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.