ຕີຄວາມໝາຍຂອງກອງປະຊຸມວຽກງານເສດຖະກິດສູນກາງຈີນຢ່າງຖືກຕ້ອງໄດ້ ຈຶ່ງສາມາດຮັບຮູ້ຄຸນຄ່່າຂອງການລົງທຶນຢູ່ຈີນໃຫ້ຫຼາຍກວ່າເກົ່າ

2023-12-14 18:54:03 cri

ໃນຖານະເປັນປະເທດເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກ, ນະໂຍບາຍດ້ານເສດຖະກິດຂອງຈີນໄດ້ຮັບຄວາມສົນໃຈໃນລະດັບສູງຈາກທົ່ວໂລກ. ກອງປະຊຸມວຽກງານເສດຖະກິດສູນກາງຈີນທີ່ຈັດຂຶ້ນລະຫວ່າງວັນທີ 11 ຫາ 12 ທັນວານີ້ ໄດ້ກໍານົດການປະຕິບັດງານດ້ານເສດຖະກິດຂອງຈີນໃນປີໜ້າຈາກ 9 ດ້ານ ເຊິ່ງເປັນການ ກໍານົດທິດທາງໃຫ້ແກ່ວຽກງານເສດຖະກິດໃນປີໜ້າຢ່າງຈະແຈ້ງ ແລະ ເຮັດໃຫ້ພາຍນອກເຫັນໄດ້ຄວາມພະຍາຍາມຂອງຈີນໃນການຊຸກຍູ້ການຟື້ນຟູເສດຖະກິດທົ່ວໂລກດ້ວຍການພັດທະນາຂອງຕົນ.

ໃນ 3 ໄຕມາດຂອງປີນີ້, ເສດຖະກິດຈີນໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັງຫວະການເຕີບໂຕຂອງເສດຖະກິດແມ່ນຢູ່ ແຖວໜ້າຂອງກຸ່ມເສດຖະກິດຕ່າງໆທີ່ສໍາຄັນໃນທົ່ວໂລກ, ເປົ້າໝາຍຕົ້ນຕໍດ້ານການພັດທະນາເສດຖະກິດສັງຄົມໃນປີນີ້ຂອງຈີນມີຄວາມຫວັງຈະບັນລຸຜົນເປັນຈິງ. ອົງການຈັດຕັ້ງສາກົນຫຼາຍອົງການຄາດຄະເນວ່າ: ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ເສດຖະກິດທົ່ວໂລກແມ່ນ 30% ຂຶ້ນໄປ, ຈີນຍັງສືບຕໍ່ເປັນພະລັງຂັບເຄື່ອນທີ່ໃຫຍ່ທີ່ສຸດທີ່ຊຸກຍູ້ໃຫ້ເສດຖະກິດໂລກຂະຫຍາຍຕົວ.

ໃນ 3 ໄຕມາດຂອງປີນີ້, ອັດຕາການປະກອບສ່ວນຂອງລາຍຈ່າຍດ້ານບໍລິໂພກທີ່ມີຕໍ່ການເຕີບໂຕຂອງເສດຖະກິດຈີນມີເຖິງ 83,2%. ກອງປະຊຸມວຽກງານເສດຖະກິດສູນກາງຈີນໃນຄັ້ງນີ້ໄດ້ເນັ້ນໜັກວ່າ: ໃນປີໜ້າ ຈີນຈະ “ສຸມກໍາລັງເຂົ້າໃນການເພີ່ມຄວາມຕ້ອງການພາຍໃນປະເທດ”, ຮັດແໜ້ນ ແລະ ເພີ່ມທະວີການບໍລິໂພກແບບດັ້ງເດີມ ແລະ ບໍາລຸງບົ່ມສ້າງການບໍລິໂພກແບບໃໝ່ ເຊິ່ງຈະສ້າງ ໂອກາດລົງທຶນຢູ່ຈີນທີ່ຫຼາຍກວ່າເກົ່າໃຫ້ກັບວິສາຫະກິດຕ່າງປະເທດ. 

ກ່ອນໜ້ານີ້ບໍ່ດົນ, ຈີນໄດ້ເປີດເຜີຍແຜນໃໝ່ກ່ຽວກັບເຂດການຄ້າເສລີຊຽງໄຮ້ ເຊື່ອມຕໍ່ກັບລະບຽບການເສດຖະກິດການຄ້າສາກົນດ້ວຍມາດຕະຖານສູງ ໂດຍໄດ້ອອກມາດຕະການໃໝ່ດ້ານການເປີດປະຕູສູ່ພາຍນອກ 80 ຂໍ້ ເພື່ອສ້າງເຂດສາທິດ ດ້ານການເປີດປະຕູສູ່ພາຍນອກດ້ານລະບຽບການ. ສ່ວນໃນຕົ້ນເດືອນພະຈິກປີນີ້, ເຂດທົດລອງການຄ້າເສລີ(ຊິ່ນຈ່ຽງ)ຈີນໄດ້ເປີດປ້າຍຢ່າງເປັນທາງການ. ມາຮອດປັດຈຸບັນ ການຍົກລະດັບເຂດທົດລອງການຄ້າເສລີຂອງຈີນໄດ້ເພີ່ມຂຶ້ນເປັນ 22 ແຫ່ງແລ້ວ.

ຜ່ານການສັງເກດເບິ່ງມາດຕະການຕ່າງໆກ່ຽວກັບການເປີດປະຕູສູ່ພາຍນອກໃນລະດັບສູງທີ່ວາງອອກໃນກອງປະຊຸມຄັ້ງນີ້ ເຊັ່ນ: ໃຫ້ຜ່ອນຜັນໃນການອະນຸຍາດໃຫ້ເຂົ້າເຖິງຕະຫຼາດ ໂທລະຄົມ, ການແພດ ແລະ ຕະຫຼາດການບໍລິການອື່ນໆ, ການເຊື່ອມໂຍງກັບ ລະບຽບການເສດຖະກິດການຄ້າມາດຕະຖານສູງສາກົນ, ການຈັດຕັ້ງປະຕິບັດການເຄື່ອນໄຫວ 8 ລາຍການກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ດີ ເຫຼົ່ານີ້ເປັນຕົ້ນ ພວກເຮົາສາມາດເຫັນໄດ້ ຄວາມຕັດສິນໃຈຂອງຈີນໃນການຊຸກຍູ້ການສ້າງເສດຖະກິດໂລກແບບເປິດກວ້າງ. ສະນັ້ນ, ພວກເຮົາຈຶ່ງເຂົ້າໃຈໄດ້ຢ່າງງ່າຍວ່າ ເປັນຫຍັງວິສາຫະກິດທີ່ສ້າງຕັ້ງໃໝ່ຢູ່ຈີນທີ່ລົງທຶນໂດຍຕ່າງປະເທດໃນລະຫວ່າງເດືອນມັງກອນຫາເດືອນຕຸລາປີນີ້ຈຶ່ງໄດ້ເພີ່ມຂຶ້ນ 32,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປະເທດຈີນທີ່ເປີດປະຕູສູ່ພາຍນອກ ເປັນທາງເລືອກທີ່ດີທີ່ສຸດສໍາລັບບັນດາປະເທດໃນການເປີດກວ້າງທຸລະກິດມາໂດຍຕະຫຼອດ.