ກອງທັບມຽນມາກັບກຳລັງປະກອບອາວຸດໂກກາງ, ຕາອາງ ແລະ ຍະໄຂ່ໄດ້ບັນລຸສັນຍາຢຸດຍິງຊົ່ວຄາວພາຍໃຈການໄກ່ເກ່ຍຂອງຈີນ

2023-12-15 11:09:07 cri


ວັນທີ 14 ທັນວານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວໃຫ້ຮູ້ວ່າ: ໂຄສົກກອງທັບມຽນມາໄດ້ຢືນຢັນວ່າ: ພາຍໃຕ້ການຊ່ວຍເຫຼືອຂອງຈີນ, ລັດຖະບານມຽນມາໄດ້ເຈລະຈາກັບກຳລັງປະກອບອາວຸດໂກກາງ, ຕາອາງແລະຍະໄຂ່. ຝ່າຍຈີນຢືນຢັນເລື່ອງນີ້ໃຫ້ຮູ້ໄດ້ບໍ່ ແລະ ມີຄວາມເຫັນຄືແນວໃດ?

ທ່ານນາງເໝົາໜິງກ່າວວ່າ: ຈີນສະໜັບສະໜູນຂະບວນການສັນຕິພາບຂອງຢູ່ພາກເໜືອຂອງມຽນມາຢ່າງເດັດດ່ຽວມາໂດຍຕະຫຼອດ, ໄດ້ໃຫ້ການສະໜັບສະໜູນແລະສ້າງຄວາມສະດວກໃຫ້ແກ່ການສົນທະນາລະຫວ່າງຝ່າຍຕ່າງໆທີ່ກ່ຽວຂ້ອງຂອງມຽນມາ. ກ່ອນໜ້ານີ້, ພາຍໃຕ້ການໄກ່ເກ່ຍແລະການຊຸກຍູ້ຂອງຈີນ, ກອງທັບມຽນມາກັບກຳລັງປະກອບອາວຸດໂກກາງ, ຕາອາງແລະຍະໄຂ່ໄດ້ຈັດການເຈລະຈາສັນຕິພາບຢູ່ປະເທດຈີນ ໂດຍໄດ້ບັນລຸສັນຍາກ່ຽວກັບການຢຸດຍິງຊົ່ວຄາວ, ຮັກສາການສົນທະນາກັນ ແລະອື່ນໆ. ປັດຈຸບັນ, ການປະທະກັນຢູ່ພາກເໜືອມຽນມາໄດ້ຫຼຸດລົງຢ່າງຈະແຈ້ງ, ສິ່ງນີ້ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍຕ່າງໆທີ່ກ່ຽວຂ້ອງຂອງມຽນມາເທົ່ານັ້ນ, ຍັງມີຜົນດີຕໍ່ການປົກປັກຮັກສາຄວາມສະຫງົບຢູ່ເຂດຊາຍແດນຈີນ-ມຽນມາຕື່ມອີກ.