ເລີ່ມກໍ່ສ້າງໂຄງການປູລາງຂອງທາງລົດໄຟແຄມຝັ່ງທະເລຕາເວັນອອກມະເລເຊຍ

2023-12-15 11:23:31 CRI

    ວັນທີ 14 ທັນວານີ້, ທ່ານນາງເໝົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ພິທີເລີ່ມກໍ່ສ້າງໂຄງການປູລາງຂອງທາງລົດໄຟແຄມຝັ່ງທະເລຕາເວັນອອກມາເລເຊຍທີ່ບໍລິສັດຈີນເປັນຜູ້ຮັບເໝົາກໍ່ສ້າງນັ້ນໄດ້ຈັດຂຶ້ນຢູ່ນະຄອນຄວນຕານ ເທສະບານລັດປາຮາງຂອງມາເລເຊຍ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

 

   ທ່ານນາງເໝົານີງໃຫ້ຮູ້ວ່າ: ທາງລົດໄຟແຄມຝັ່ງທະເລຕາເວັນອອກມາເລເຊຍແມ່ນໂຄງການສນັຍາລັກທີ່ຈີນ ກັບ ມາເລເຊຍຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ໂຄງການກໍ່ສ້າງມີຄວາມຄືບໜ້າຢ່າງສະດວກ, ຂະບວນການກໍ່ສ້າງໄດ້ດຳເນີນໄປຫຼາຍກວ່າເຄິ່ງໜຶ່ງແລ້ວ.



     ທ່ານນາງເໝົານີງກ່າວເນັ້ນວ່າ: ປີນີ້ແມ່ນການສະເໜີຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10ປີ ແລະແມ່ນຈີນ ກັບ ມາເລເຊຍສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 10 ປີ, ປີໜ້າແມ່ນຈີນ ກັບ ມາເລເຊຍສ້າງສາຍພົວພັນທາງການທູດຄົບຮອບ 50 ປີ. ຄອງຄອຍການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ.