ຮັກສາທາດແທ້ແຕ່ບໍ່ແມ່ນຮັກສາການຄອງເດີມ ເຄົາລົບປະເພນີແຕ່ບໍ່ແມ່ນເຄົາລົບສິ່ງທີ່ຫຼ້າສະໄໝ

2023-12-15 16:41:46 CRI

 

    ຄໍາວ່າ “ການປະດິດສ້າງ” ເປັນຄໍາສັບທີ່ນິຍົມໃຊ້ທີ່ສຸດຢູ່ຈີນໃນທຸກມື້ນີ້. ຈາກເຄືອຂ່າຍທາງລົດໄຟຄວາມໄວສູງທີ່ເຊື່ອມໂຍງບ່ອນຕ່າງໆຕະຫຼອດຮອດເຕັກໂນໂລຊີການປິ່ນປົວເພື່ອກອບກູ້ຊີວິດ, ຜົນສໍາເລັດຂອງຄວາມກ້າວໜ້າດ້ານວິທະຍາສາດແລະເຕັກໂນໂລຊີໄດ້ນໍາເອົາຜົນປະໂຫຍດມາໃຫ້ແກ່ທຸກຂົງເຂດຂອງຈີນ. ບາງຄົນອາດຈະຖາມວ່າ: ເຄັດລັບແຫ່ງການປະດິດສ້າງເປັນຄືແນວໃດ?


    ເທື່ອນີ້, ພວກເຮົາຈະໄປຮ່ວມກັບທ່ານ ຢູຜິນໄຫ ຜູ້ລິເລີ່ມສ້າງຕັ້ງບໍລິສັດ ຮົງກົງ 01 ທັງເປັນປະທານຄະນະອໍານວຍການສະຖາບັນຄົ້ນຄວ້າເສດຖະສາດໂຄງສ້າງໃໝ່ທີ່ສັງກັດມະຫາວິທະຍາໄລປັກກິ່ງ, ເພື່ອຮ່ວມກັນຄົ້ນຫາສາເຫດທີ່ອະລິຍະທໍາຈີນໄດ້ຮັບການພັດທະນາແບບປະດິດສ້າງຢ່າງບໍ່ຢຸດຢັ້ງ.