ຈີນຈະຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນ-ຫວຽດນາມໃຫ້ໄດ້ຮັບການຍົກລະດັບມີຄຸນນະພາບສູງຂຶ້ນ

2023-12-15 10:54:26 CRI

 

   ທ່ານນາງ ຊູເຈຖິງ ໂຄສົກກະຊວງການຄ້າຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 14 ທັນວານີ້ວ່າ: ກະຊວງການຄ້າຈີນຈະສຸມຄວາມພະຍາຍາມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນ-ຫວຽດນາມໃຫ້ໄດ້ຮັບການຍົກລະດັບມີຄຸນນະພາບສູງຂຶ້ນ. ໂດຍສອງຝ່າຍຈະນໍາໃຊ້ງານວາງສະແດງສິນຄ້າ ແລະ ເວທີການຄ້າເອເລັກໂຕຣນິກຂ້າມຊາດຕ່າງໆ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນ, ງານວາງສະແດງສິນຄ້າຈີນ-ອາຊຽນ ເປັນຕົ້ນ ເພື່ອສະໜັບສະໜູນການເປີດກວ້າງການນໍາເຂົ້າຜະລິດຕະພັນກະສິກໍາດີເດັ່ນຈາກຫວຽດນາມ. ພ້ອມທັງຈະສະໜັບສະໜູນວິສາຫະກິດຂອງສອງປະເທດເພີ່ມທະວີການຮ່ວມມືດ້ານການຄ້າເຂົ້າສານ ແລະ ມັນຕົ້ນ ເປັນຕົ້ນ ກໍຄືເພີ່ມທະວີການຮ່ວມມືດ້ານຕ່ອງໂສ້ອຸດສາຫະກໍາ ແລະ ການສະໜອງຜະລິດຕະພັນກະສິກໍາ.


   ນອກນີ້, ສອງຝ່າຍຍັງຈະເພີ່ມທະວີການຮ່ວມມືພາຍໃຕ້ກົນໄກຕ່າງໆ ເຊັ່ນ: ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP, ອົງການຮ່ວມມືເສດຖະກິດອາຊີປາຊິຟິກ ຫຼື APEC, ອົງການການຄ້າໂລກ ຫຼື WTO ເປັນຕົ້ນ ເພື່ອປົກປັກຮັກສາລະບົບການຄ້າເສລີ ກໍຄືສ້າງລະບົບຕ່ອງໂສ້ອຸດສາຫະກໍາແລະ ການສະໜອງທົ່ວໂລກທີ່ມີຄວາມໝັ້ນຄົງ ແລະ ສະຖຽນລະພາບ, ມີຄວາມໂລ່ງລ່ຽນ ແລະ ມີປະສິດທິພາບສູງ, ເປີດກວ້າງ, ກວມລວມ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.