ທ່ານຫວາງຢີ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເອກອັກຄະລັດຖະທູດກຳປູເຈຍປະຈຳຈີນແລະທູຕານຸທູດຂອງປະເທດອາຊຽນ

2023-12-16 15:09:13 CRI

 

ວັນທີ 15 ທັນວານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງເຄກ ໄຄມີລີ ສີໂຊດາ ເອກອັກຄະລັດຖະທູດກຳປູເຈຍປະຈຳຈີນ, ຫົວໜ້າຄະນະທູຕານຸທູດກຳປູເຈຍປະຈຳຈີນທີ່ຈະອອກຈາກຕຳແໜ່ງ.

 

ທ່ານຫວາງຢີ້ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານນາງສີໂຊດາທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາໄມຕີຈິດມິດຕະພາບລະຫວ່າງຈີນ-ກຳປູເຈຍ, ການສົ່ງເສີມມິດຕະພາບລະຫວ່າງພະບໍລົມວົງສານຸວົງກຳປູເຈຍແລະຜູ້ນຳຈີນພ້ອມທັງການເພີ່ມທະວີການແລກປ່ຽນແລະຮ່ວມມືລະຫວ່າງຄະນະທູຕານຸທູດກຳປູເຈຍ-ຈີນໃນ 17 ປີຜ່ານມາທີ່ໄດ້ດຳລົງຕຳແໜ່ງເອກອັກຄະລັດຖະທູດກຳປູເຈຍປະຈຳຈີນ, ຫວັງວ່າທ່ານນາງເອກອັກຄະລັດຖະທູດຈະສືບຕໍ່ປະກອບສ່ວນອັນໃໝ່ເຂົ້າໃນພາລະກິດໄມຕີຈິດມິດຕະພາບລະຫວ່າງຈີນ-ກຳປູເຈຍໃນຕຳແໜ່ງໃໝ່.

 

ທ່ານນາງສີໂຊດາໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງແກ່ການດຳລົງຕຳແໜ່ງຂອງຕົນ, ກ່າວວ່າຈະສືບຕໍ່ປະກອບສ່ວນຂອງຕົນເຂົ້າໃນການຮ່ວມມືໄມຕີຈິດລະຫວ່າງກຳປະເຈຍ-ຈີນ. ໃນວັນທີ 15 ທັນວານີ້, ທ່ານຫວາງຢີ້ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທູຕານຸທູດຂອງ 10 ປະເທດອາຊຽນຢູ່ນະຄອນຫຼວງປັກກິ່ງຂອງຈີນ, ກ່າວວ່າຈີນຈະສືບຕໍ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນໄລຍະຍາວທີ່ໄວ້ເນື້ອເຊື່ອໃຈໄດ້ແລະອາໄສໄດ້ຂອງອາຊຽນ, ຮ່ວມກັນຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງອາຊີ.

 

ບັນດາທູຕານຸທູດປະເທດອາຊຽນປະຈຳຈີນກ່າວວ່າ: ຂອບໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ການພັດທະນາຂອງປະເທດອາຊຽນ, ຍິນດີຮ່ວມກັບຈີນຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນຕື່ມອີກ, ສ້າງອະນາຄົດດ້ານການພົວພັນລະຫວ່າງອາຊຽນ-ຈີນຢ່າງມີແສງສະຫວ່າງແລະແບບຍືນຍົງກວ່າເກົ່າ.