ລົດໄຟດ່ວນທີ່ຂົນສົ່ງຜະລິດຕະພັນກະສິກຳ “ຈີນ-ລາວ-ໄທ” ຂະບວນທຳອິດໄດ້ແລ່ນໄປຮອດສະຖານີລົດໄຟສາກົນເຊີງຕູ່

2023-12-16 17:17:02 cri

      ວັນທີ 15 ທັນວານີ້, ລົດໄຟດ່ວນທີ່ຂົນສົ່ງຜະລິດຕະພັນກະສິກຳ(ຣະໂຢງ-ເຊີງຕູ່)ລະຫວ່າງ “ຈີນ-ລາວ-ໄທ” ຂະບວນທຳອິດຂອງຈີນໄດ້ແລ່ນໄປຮອດສະຖານີລົດໄຟສາກົນເຊີງຕູ່ທີ່ເຂດຊິ່ງປາຍຈ່ຽງນະຄອນເຊີງຕູ່ແຂວງເສສວນຈີນ. ລົດໄຟຂະບວນດັ່ງກ່າວທີ່ໄດ້ບັນຈຸຜະລິດຕະພັນກະສິກຳຂອງໄທເຊັ່ນ: ໝາກຖົ່ວລຽນແລະອື່ນໆທັງໝົດ 20 ຕູ້ໄດ້ອອກເດີນທາງຈາກສະຖານີມັບຕາພຸດຈັງຫວັດຣະໂຢງຂອງໄທໃນວັນທີ 10 ທັນວານີ້,ແລ່ນຜ່ານສະຖານີວຽງຈັນໃຕ້ຂອງລາວ,ດ່ານບໍ່ຫານຂອງແຂວງຢຸນນານຈີນ,ແລ້ວແລ່ນກັບຄືນນະຄອນເຊີງຕູ່ໂດຍຜ່ານທາງລົດໄຟຈີນ-ລາວ. ການເປີດນຳໃຊ້ຢ່າງຮອບດ້ານຂອງເສັ້ນທາງຈໍລະຈອນສິນຄ້າດ່ວນຜ່ານທາງລົດໄຟຈີນ-ລາວ-ໄທລະຫວ່າງໄທກັບນະຄອນເຊີງຕູ່ແຂວງເສສວນຈີນຈະເລັ່ງລັດຊຸກຍູ້ຜະລິດຕະພັນທີ່ມີເອກະລັກພິເສດຈາກປະເທດຕາເວັນອອກສຽງໃຕ້ເຊັ່ນ: ໝາກຖົ່ວລຽນ,ໝາກລຳໄຍແລະຢາງພາລາເປັນຕົ້ນສາມາດນຳເຂົ້າສູ່ຕະຫຼາດຢູ່ພາກຕາເວັນຕົກຂອງຈີນ.