ຈັດງານເອກສ໌ໂປກົນຈັກກະສິກຳ ກໍ່ຄືການຜະລິດອ້ອຍດ້ວຍກົນຈັກຈີນ-ອາຊຽນຢູ່ນະຄອນນານນີງເຂດກວາງຊີຈີນ

2023-12-17 11:20:36 CRI


    ວັນທີ 16 ທັນວານີ້, ງານເອກສ໌ໂປກົນຈັກກະສິກຳ ກໍ່ຄືການຜະລິດອ້ອຍດ້ວຍກົນຈັກຈີນ-ອາຊຽນໄດ້ຈັດຂຶ້ນຢູ່ສູນປະຊຸມ ແລະ ວາງສະແດງສາກົນນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ໃນຖານະທີ່ເປັນເວທີການແລກປ່ຽນ ແລະ ການຮ່ວມມືລະຫວ່າງວິສາຫະກິດການຜະລິດ ການຊື້ຂາຍ ແລະ ການບໍລິການດ້ານກົນຈັກກະສິກຳ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ຜູ້ບໍລິໂພກຂັ້ນຮາກຖານຂອງຈີນ ແລະ ອາຊຽນ, ງານເອກສ໌ໂປຄັ້ງນີ້ຈະສະໜອງພະລັງແຮງໃໝ່ເພື່ອຊຸກຍູ້້ການໃຊ້ກົນຈັກໃນໝົດຂະບວນການຜະລິດກະສິກຳ.



     ງານເອກສ໌ໂປຄັ້ງນີ້ໄດ້ເຊື້ອເຊີນເຈົ້າໜ້າທີ່ລັດຖະບານ, ຜູ້ຊ່ຽນຊານ ນັກວິຊາການຂອງສະຖາບັນຄົ້ນຄວ້າວິທະຍາສາດ ແລະ ໂຮງຮຽນຊັ້ນສູງ, ຜູ້ຮັບຜິດຊອບສະພາການຄ້າໃນຂົງເຂດກົນຈັກກະສິກຳ ພ້ອມດ້ວຍວິສາຫະກິດທີ່ຜະລິດ ຊື້ຂາຍ ແລະ ບໍລິການດ້ານກົນຈັກກະສິກຳຂອງຈີນ ແລະ ບັນດາປະເທດອາຊຽນເຂົ້າຮ່ວມ, ນອກຈາກວິສາຫະກິດທີ່ກ່ຽວຂ້ອງຂອງຈີນໄດ້ເຂົ້າຮ່ວມ, ນັກທຸລະກິດຈັດຊື້ທີ່ມາຈາກປະເທດລາວ, ຫວຽດນາມ, ໄທ, ກຳປູເຈຍ, ມຽນມາ, ອິນໂດເນເຊຍ ແລະ ປະເທດອື່ນໆກໍ່ໄດ້ເຂົ້າຮ່ວມງານເອກສ໌ໂປຄັ້ງນີ້ ໂດຍໄດ້ສ້າງຂົວແລກປ່ຽນດ້ານເສດຖະກິດການຄ້າທີ່ເປັນວິຊາການລະຫວ່າງຈີນ ກັບ ອາຊຽນ.