ກິດຈະກຳ “ສັບປະດາວິດີໂອແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ທີ່ຈັດໂດຍ 6 ປະເທດໄດ້ຮັບຄວາມນິຍົມຊົມຊອບຈາກຊາວໜຸ່ມໄທ

2023-12-18 14:48:30 cri

 

ວັນທີ 17 ທັນວານີ້, ພິທີມອບລາງວັນ ແລະການແບ່ງປັນບົດຮຽນຂອງກິດຈະກຳຜະລິດວິດີໂອສັ້ນຊາວໜຸ່ມ “ດາວສິລິມຸງຄຸນ” ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລກຣິກຂອງໄທ, ມີເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຈີນ ແລະໄທ ກໍຄືນັກສຶກສາຫຼາຍກວ່າ 500 ຄົນຈາກມະຫາວິທະຍາໄລຕ່າງໆຂອງໄທເຂົ້າຮ່ວມ.

 

ໃນຈຳນວນ 400 ກວ່າຜົນງານທີ່ຮິບໂຮມມາ, ມີເກືອບເຄິ່ງໜຶ່ງແມ່ນມາຈາກໄທ. ຜົນງານຕ່າງໆ ຄື: “ວາດສະໜາລະຫວ່າງຂ້ອຍກັບຈີນ” ຂອງນາງພະຫຍາຄຳ ສຸຕາຣັດ, “ຊາວໄທຍ້ອງຍໍເຕັກໂນໂລຊີການປູກຝັງທີ່ບໍ່ໃຊ້ດິນຂອງຈີນ” ຂອງນາງຈະຣຸວັນ ອຸດົມຊັບ ແລະອື່ນໆໄດ້ບັນທຶກຊີວິດການເປັນຢູ່ ແລະຄວາມຮູ້ສຶກຜ່ານເລນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງນ້ຳໃຈທີ່ຕັ້ງໜ້າຂອງຊາວໜຸ່ມໄທ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ບັນດາປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮັບຮູ້ວັດທະນະທຳປະຫວັດສາດ ແລະຮີດຄອງປະເພນີຂອງໄທຢ່າງເລິກເຊິ່ງ ແລະລົງເລິກໄມຕີຈິດມິດຕະພາບລະຫວ່າງປະຊາຊົນຈີນ-ໄທ.