ຈີນສະແດງຄວາມຈິງໃຈຕໍ່ທົ່ວໂລກກ່ຽວກັບການປະຕິບັດແນວຄິດການພົວພັນຕ່າງປະເທດແບບຮັກແພງ, ຈິງໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໂອບອ້ອມອາລີກັບປະເທດໃກ້ຄຽງ

2023-12-18 10:41:37 cri

ລະຫວ່າງວັນທີ 12 ຫາ 13 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ. ໃນໄລຍະຢ້ຽມຢາມດັ່ງກ່າວ, ສອງຝ່າຍໄດ້ປະກາດສ້າງຄູ່ຮ່ວມຊາຕາກຳຈີນ- ຫວຽດນາມທີ່ມີຄວາມໝາຍທາງຍຸດທະສາດ ບົນພື້ນຖານລົງເລິກການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ. ນີ້ແມ່ນການຢ້ຽມຢາມຫວຽດນາມອີກຄັ້ງໃໝ່ຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໃນຮອບ 6 ປີ ແລະ ກໍເປັນການເດີນທາງໄປຢ້ຽມຢາມຕ່າງປະເທດຄັ້ງສຸດທ້າຍຂອງປະມຸກລັດຈີນໃນປີນີ້ ເຊິ່ງໄດ້ຮັບຄວາມສົນໃຈໃນລະດັບສູງຈາກປະຊາຄົມໂລກ ໂດຍເຫັນວ່າ: ການຢ້ຽມຢາມຄັ້ງນີ້ມີບົດບາດອັນສໍາຄັນ ແລະ ຍາວໄກຕໍ່ການພົວພັນສອງພັກ ສອງລັດຈີນ-ຫວຽດນາມ, ຕໍ່ສະຖານະການພາກພື້ນ ກໍຄືໂລກ.


ການຢ້ຽມຢາມດັ່ງກ່າວໄດ້ປະສົບຜົນສໍາເລັດຢ່າງຈົບງາມ ເປັນການສະແດງໃຫ້ ເຫັນເຖິງແນວຄິດການພົວພັນຕ່າງປະເທດແບບຮັກແພງ, ຈິງໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໂອບອ້ອມອາລີກັບປະເທດໃກ້ຄຽງຂອງຈີນຢ່າງມີຊີວິດຊີວາ ແລະ ກໍເປັນພຶດຕິກໍາທີ່ປະສົບຜົນສໍາເລັດອີກເທື່ອໜຶ່ງຂອງແນວຄິດການຕ່າງປະເທດຂອງທ່ານສີຈິ້ນຜິງ.  


 ການຢ້ຽມຢາມຫວຽດນາມຂອງທ່ານສີຈິ້ນຜິງທີ່ໄດ້ຮັບການຕີລາຄາສູງຢ່າງຫຼວງຫຼາຍ ແລະ ເປັນການສ່ອງແສງໃຫ້ເຫັນເຖິງວຽກງານການຕ່າງປະເທດຂອງຈີນ ທີ່ໄດ້ປະສົບຜົນສໍາເລັດຢ່າງຫຼວງຫຼາຍໃນປີ 2023 ນີ້: ຢູ່ປັກກິ່ງ, ໂມສກູ, ກວາງໂຈ່່ວ, ຊີ່ອ່ານ, ຈອນເນັສເບີກ, ຊານຟຣານຊິສໂກ, ຮ່າໂນ້ຍ; ການເດີນທາງຢ້ຽມຢາມທີ່ຂ້າມຜ່ານທະວີບ, ການສົນທະນາຂ້າມຜ່ານການເວລາທີ່ຫຼຸດລື່ນກັນ, ການແລກປ່ຽນດ້ານຍຸດທະສາດຢ່າງຈິງໃຈຕໍ່ ກັນ……ທັງໝົດເຫຼົ່ານີ້ໄດ້ເຮັດໃຫ້ພາບພົດຂອງຈີນທີ່ໜ້າເຊື່ອຖື, ໜ້າຮັກ ແລະ ໜ້າເຄົາລົບນັ້ນຫຼາຍຂຶ້ນກວ່າເກົ່າ ແລະ ເຮັດໃຫ້ແນວຄິດຂອງຈີນໃນການ ສະແຫວງຫາສັນຕິພາບ, ການຮ່ວມມື ແລະ ສົ່ງເສີມການພັດທະນານັ້ນ ເຂົ້າເຖິງຈິດໃຈຂອງປະຊາຊົນ.

 

ກົນໄກການຮ່ວມມືປະເທດບຣິສບໍ່ສ້າງພັນທະມິດທາງດ້ານພູມສາດການເມືອງ, ແຕ່ໄດ້ເນັ້ນ ໃສ່ການຮ່ວມມືດ້ານເສດຖະກິດທີ່ທິດແທດກັບຕົວຈິງ, ວຽກງານທີ່ເປິກສາຫາລືກັນ ລ້ວນແຕ່ແມ່ນບັນຫາດ້ານເສດຖະກິດ, ການເງິນ ແລະ ການພັດທະນາທີ່ບັນດາປະເທດສົນໃຈຮ່ວມກັນ; ງານຕະຫຼາດນັດສິນຄ້າ ນໍາເຂົ້າ-ສົ່ງອອກຈີນ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ, ງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ, ງານວາງສະແດງອາຊຽນ ແລະ ອື່ນໆໄດ້ຈັດຂຶ້ນທຸກໆປີ ທີ່ຈີນເປີດປະຕູສູ່ພາຍນອກນັ້ນ ໄດ້ເຮັດໃຫ້ປະຊາຄົມໂລກ ໄດ້ຮັບໝາກຜົນການຮ່ວມມືຢ່າງຫຼວງຫຼາຍ; ກົນໄກຈີນ-ອາຊີກາງໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອແບ່ງປັນປະສົບການດ້ານການພັດທະນາກັບບັນດາປະເທດໃນອາຊີກາງດ້ວຍຄວາມຈິງໃຈຫຼາຍທີ່ສຸດ.

 

ໃນປີ 2023 ນີ້, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຄົບຮອບ 10 ປີແລ້ວ ເຊິ່ງໄດ້ດຶງດູດປະເທດຕ່າງໆໃນໂລກເຂົ້າຮ່ວມຫຼາຍກວ່າ 3/4 ແລະ ໄດ້ດຶງດູດການລົງທຶນເກືອບ 1.000 ຕື້ໂດລາ; ການນໍາຂັ້ນສູງຕ່າງປະເທດ ແລະ ຜູ້ບໍລິຫານຂັ້ນສູງວິສາຫະກິດຕ່າງປະເທດໄດ້ເດີນທາງມາຢ້ຽມຢາມຈີນເປັນຈໍານວນຫຼວງຫຼາຍ, “ການໄປສູ່ປະເທດຈີນ” ໄດ້ກາຍເປັນກະແສໃໝ່; ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນນັບມື້ນັບແໜ້ນແຟ້ນກວ່າເກົ່າ ແລະ ເດີນຢູ່ຕາມແຖວໜ້າຂອງໂລກ.

 

ຈີນສະແດງຄວາມຈິງໃຈຕໍ່ທົ່ວໂລກກ່ຽວກັບການປະຕິບັດແນວຄິດການພົວພັນຕ່າງປະເທດແບບຮັກແພງ, ຈິງໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໂອບອ້ອມອາລີ ກັບປະເທດໃກ້ຄຽງ ໂດຍຜ່ານພຶດຕິກໍາສໍາຄັນທາງການທູດຂອງປະມຸກລັດອີກເທື່ອໜຶ່ງ. ການຢ້ຽມຢາມຫວຽດນາມໃນຄັ້ງນີ້ເປັນການສໍາເລັດການຢ້ຽມຢາມຕ່າງປະເທດຂອງປະມຸກລັດຈີນຢ່າງຈົບງາມ ແລະ ເຮັດໃຫ້ພວກເຮົາມີຄວາມຄອງຄອຍຫຼາຍ ກວ່າເກົ່າຕໍ່ວຽກງານການຕ່າງປະເທດຂອງຈີນໃນປີໜ້າ.