“ສັນຍາທີ່ມີລັກສະນະປະຫວັດສາດ” ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສະບັບນີ້ຈະປ່ຽນແປງໂລກແນວໃດ?

2023-12-18 23:00:56 cri

ຫວ່າງມໍ່ໆມານີ້, ໃນໂອກາດກ່າວປາໄສໃນພິທີປິດກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP28 ທີ່ຈັດຂຶ້ນຢູ່ນະຄອນດູໄບສະຫະລັດອາຣັບເອມີເຣດ, ທ່ານຊູລຕັນ ຈາເບີ ປະທານ COP28 ກ່າວວ່າ: “ພວກເຮົາຄວນຮູ້ສຶກພາກພູມໃຈກ່ຽວກັບຜົນງານທີ່ມີລັກສະນະປະຫວັດສາດ. ນີ້ແມ່ນແຜນການທີ່ເປັນລະບົບກ່ຽວກັບການເລັ່ງລັດການເຄື່ອນໄຫວດ້ານການປ່ຽນແປງຂອງດິນຟ້າອາກາດທີ່ມີລັກສະນະປະຫວັດສາດແບບປັບປຸງ, ດຸນດຽງ, ນີ້ກໍຄື “ຄວາມເຫັນທີ່ເປັນເອກະພາບກັນຂອງສະຫະລັດອາຣັບເອມີເຣດ”. ການບັນລຸ “ສັນຍາທີ່ມີລັກສະນະປະຫວັດສາດ” ແມ່ນເລື່ອງຍາກຫຼາຍສຳລັບການຕີລາຄາທົ່ວໄປກ່ຽວກັບໝາກຜົນ COP28 ຂອງສື່ມວນຊົນໂລກ. ລັກສະນະປະຫວັດສາດຂອງ “ຄວາມເຫັນທີ່ເປັນເອກະພາບກັນຂອງສະຫະລັດອາຣັບເອມີເຣດ” ກໍຍ້ອນວ່າປະເທດຕ່າງໆໃນໂລກໄດ້ບັນລຸສັນຍາກ່ຽວກັບ “ການປ່ຽນແປງໂຄງປະກອບ ແລະ ປອດເຊື້ອໄຟຟອດຊິວ” ເປັນຄັ້ງທຳອິດ.

ປັດຈຸບັນ, ການພັດທະນາແບບສີຂຽວ ແລະ ປ່ອຍກາກບອນຕ່ຳໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງໂລກ. ປະເທດຕ່າງໆໄດ້ທຳຄວາມພະຍາຍາມຢ່າງໃຫຍ່ຫຼວງຕໍ່ກັບເລື່ອງນີ້, ແລະ ໄດ້ຮັບຄວາມຄືບໜ້າຈຳນວນໜຶ່ງ. ແຕ່ວ່າສຳລັບການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ນັບຮ້າຍແຮງຂຶ້ນນັ້ນ, ວິທີປະຕິບັດຕົວຈິງເຊິ່ງເປັນຜົນງານຂອງກອງປະຊຸມຄັ້ງນີ້ແມ່ນສິ່ງສຳຄັນທີ່ສຸດ. ກ່ອນອື່ນ, ປະເທດທີ່ພັດທະນາແລ້ວບໍ່ຄວນມີແຕ່ຄວາມເວົ້າເທົ່ານັ້ນ, “ສົນທິສັນຍາປາຣີ” ໄດ້ກຳນົດແລ້ວວ່າ, ພັນທະຫ້າງຫາເງິນທຶນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄວນໃຫ້ປະເທດຕ່າງໆຮ່ວມກັນແບກຫາບໂດຍອີງຕາມຫຼັກການທີ່ມີຄວາມຮັບຜິດຊອບຮ່ວມແຕ່ມີຄວາມແຕກຕ່າງກັນ, ໝາຍຄວາມວ່າປະເທດທີ່ປ່ອຍກາກບອນຫຼາຍໃນຜ່ານມາຄວນແບກຫາບຄວາມຮັບຜິດຊອບຫຼາຍກວ່າ, ທັງສາມາດສະໜັບສະໜູນປະເທດພວມພັດທະນາຫຼຸດການປ່ອຍກາກບອນໃຫ້ດີກວ່າເກົ່າ.

ເພື່ອບັນລຸເປົ້າໝາຍປ່ຽນແປງໂຄງປະກອບດ້ານພະລັງງານ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍັງຕ້ອງການຄວາມພະຍາຍາມຂອງແຕ່ລະປະເທດ. ໃນຫຼາຍປີຜ່ານມານີ້, ປະເທດຈີນໄດ້ຮັບຜົນງານທີ່ປະຈັກຕາຂອງປະຊາຊົນໃນໂລກໃນຂົງເຂດພະລັງງານໝູນວຽນ. ປັດຈຸບັນ, ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານໃໝ່ຂອງຈີນໄດ້ກວມ 1 ສ່ວນ 3 ຂຶ້ນໄປຂອງທົ່ວໂລກ, ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານລົມ, ພະລັງງານນ້ຳຕົກ ແລະ ພະລັງແສງຕາເວັນຂອງຈີນລ້ວນແຕ່ເປັນອັນດັບໜຶ່ງຂອງໂລກ. ກອງປະຊຸມວຽກງານເສດຖະກິດສູນກາງຈີນ 2023 ທີ່ຫາກໍສິ້ນສຸດລົງໄດ້ກຳນົດຢ່າງຈະແຈ້ງວ່າ: ໜຶ່ງໃນ 9 ໜ້າທີ່ສຳຄັນຂອງການພັດທະນາເສດຖະກິດຈີນກໍຄືການກໍ່ສ້າງສະພາບນີເວດ ແລະ ການພັດທະນາແບບສີຂຽວ ແລະ ປ່ອຍກາກບອນຕ່ຳ, ເນັ້ນໜັກຊຸກຍູ້ການປ່ອຍກາກບອນດີອົກຊິດໃຫ້ເຖິງລະດັບສູງສຸດ ແລະ ການປອດກາກບອນຢ່າງຕັ້ງໜ້າ ແລະ ໝັ້ນທ່ຽງ, ເລັ່ງລັດສ້າງຕ່ອງໂສ້ການສະໜອງແບບສີຂຽວ ແລະ ປ່ອຍກາກບອນຕ່ຳ ແລະ ອື່ນໆ. ປະເທດຕ່າງໆລ້ວນແຕ່ຄວນທຳຄວາມພະຍາຍາມຢ່າງແທ້ຈິງເພື່ອປະກອບສ່ວນເຂົ້າໃນວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງມວນມະນຸດ.