ທົ່ງນາແຫ່ງຄວາມຫວັງ

2023-12-19 15:52:25 cri

 



 ລະຫວ່າງວັນທີ14-15ທັນວາ2023, ຫຼັງຈາກສິ້ນສຸດການຢ້ຽມຢາມຫວຽດນາມທາງລັດຖະກິດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທີ່ມີສາຍພູສາຍນ້ຳຕິດຈອດກັບຫວຽດນາມ. ຕໍ່ໄປ ພວກເຮົາຈະນຳສະເໜີສະພາບກ່ຽວກັບທ່ານສີຈິ້ນຜິງດຳເນີນການສຳຫຼວດກວດກາວຽກງານຢູ່ຖານການຜະລິດອ້ອຍພັນນ້ຳຕານນະຄອນໄຫຼປິ່ນເຂດກວາງຊີ.

 

   ຢູ່ຕາແສງເຟີ້ງຫວງເມືອງຊິ່ງປິ່ນນະຄອນໄຫຼປິ່ນມີເນື້ອທີ່ປູກອ້ອຍເປັນບໍລິເວນກວ້າງສຸດສາຍຕາ.

 

   ຢູ່ທີ່ແຫ່ງນີ້ເປັນຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນ, ກວມເນື້ອທີ່ປະມານ 870 ເຮັກຕາ.

 



 ຕອນບ່າຍວັນທີ14 ທັນວາ2023, ທ່ານສີຈິ້ນຜິງໄດ້ສຳຫຼວດກວດກາວຽກງານຢູ່ຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນ


   ຕອນບ່າຍວັນທີ14 ທັນວາ2023, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດຖານການຜະລິດແຫ່ງນີ້, ເພິ່ນໄດ້ຂຶ້ນໄປຊັ້ນສອງຂອງຫໍແປດຫຼ່ຽມຢູ່ກາງສວນອ້ອຍຫຼຽວເບິ່ງສວນອ້ອຍທີ່ມີຕົ້ນອ້ອຍສູງປະມານ2-3ແມັດຕັ້ງຊື່ຢູ່ທ່າມກາງທົ່ງນາອັນກວ້າງໃຫຍ່ໄພສານ, ໃນອາກາດແມ່ນມີກິ່ນຫອມພິເສດຂອງອ້ອຍກຸ້ມໄປທົ່ວ.

 

   ຢູ່ບ່ອນໃກ້ຄຽງ, ມີຈັກຕັດອ້ອຍຫຼາຍໜ່ວຍກຳລັງສົ່ງສຽງດັງກ້ອງຂຸ້ນຂ້ຽວເຮັດວຽກຢູ່. ເມື່ອໄດ້ຮູ້ວ່າ ຈັກຕັດອ້ອຍຂະໜາດໃຫຍ່ສາມາດຕັດອ້ອຍໄດ້180-200ໂຕນຕໍ່ມື້, ເທົ່າກັບແຮງງານ 180 ຄົນ, ທ່ານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍຢ່າງບໍ່ຂາດສົບຂາດປາກ.

 

   ຊ່ຽວຊານເຕັກນິກປະຈຳສະຖາບັນຄົ້ນຄວ້າອ້ອຍຂອງສະຖາບັນວິທະຍາສາດກະສິກຳກວາງຊີໄດ້ແຈ້ງໃຫ້ທ່ານສີຈິ້ນຜິງຮູ້ກ່ຽວກັບສະພາບການເພາະພັນອ້ອຍ, ພັນເດີມ, ເບ້ຍເກີດຮາກໃນຂວດແກ້ວ, ເບ້ຍປູກເປັນຈຸ້ມ,ເບ້ຍປູກທຽມ… ທ່ານສີຈິ້ນຜິງເບິ່ງໄປແຕ່ລະເບ້ຍຕົວຢ່າງ, ຮັບຮູ້ຢ່າງລະອຽດກ່ຽວກັບເຕັກນິກປູກອ້ອຍພັນນ້ຳຕານ.

 



ວັນທີ14 ທັນວາ2023, ຢູ່ຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນ,ຊາວກະສິກອນກຳລັງຂັບຈັກຕັດອ້ອຍຢູ່ໃນສວນອ້ອຍ


 ແນວພັນອ້ອຍທີ່ກວາງຊີເລືອກເພາະພັນດ້ວຍຕົນເອງນັ້ນມີປະລິມານນ້ຳຕານສູງແລະມີສະມັດຕະພາບສູງ, ສາມາດເໝາະສົມປູກຢູ່ໃນດິນປະເພດຕ່າງໆຢ່າງ ກວ້າງຂວາງໄດ້. ຕົວຢ່າງ ກຸ້ຍຖັງ42, ກຸ້ຍຫຼິວ05136 ແລະແນວພັນອ້ອຍຊະນິດອື່ນໆມີເນື້ອທີ່ປູກຫຼາຍຢູ່ອັນດັບແຖວໜ້າໃນທົ່ວປະເທດຈີນ. ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງນີ້: “ແນວພັນອ້ອຍທີ່ພວກເຮົາເພາະພັນດ້ວຍຕົນເອງນັ້ນໄດ້ກາຍເປັນແນວພັນທີ່ດີແລ້ວ, ຍັງມີເຕັກນິກຕັດດ້ວຍເຄື່ອງຈັກທີ່ກ່ຽວຂ້ອງອີກ, ພວກສະຫາຍໄດ້ປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳຜະລິດນ້ຳຕານຂອງຊາດແລ້ວ!”

 



ຕອນບ່າຍວັນທີ14 ທັນວາ2023, ຢູ່ຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບຊ່ຽວຊານເຕັກນິກກະສິກຳ ແລະຊາວສວນປູກອ້ອຍ

ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນທ່າມກາງສວນອ້ອຍ. ນາງໂຮ້ວເຈ່ຍລີ້ ຊາວສວນປູກອ້ອຍທີ່ມີອາຍຸ40ປີໄດ້ລາຍງານສະພາບທີ່ກ່ຽວຂ້ອງແບບຕື່ນເຕັ້ນດີໃຈໃຫ້ທ່ານສີຈິ້ນຜິງໄດ້ຮັບຮູ້, ນາງບອກວ່າ ປີນີ້ ຄອບຄົວຕົນໄດ້ປູກອ້ອຍປະມານ 0,7ເຮັກຕາ, ຜົນລະປູກບັນລຸຫຼາຍກວ່າ 105 ໂຕນຕໍ່ເຮັກຕາ. ຄາດວ່າ ປີນີ້ຈະສາມາດສ້າງລາຍຮັບໄດ້ເກືອບ 40.000 ຢວນ. ທ່ານສີຈິ້ນຜິງຖາມວ່າ:

 

“ນອກຈາກປູກອ້ອຍແລ້ວ, ຕາມປົກກະຕິ ຍັງມີລາຍຮັບແນວອື່ນອີກບໍ່?”

“ຍາມວ່າງວຽກໄຮ່ການນາ, ຂ້ອຍກັບຄອບຄົວໄປຮັບຈ້າງຢູ່ໂຮງແປຮູບໄມ້ໃກ້ບ້ານ, ປີໜຶ່ງເຮັດວຽກໄດ້ 10 ເດືອນ, ເດືອນໜຶ່ງມີລາຍໄດ້ 7.000ກວ່າຢວນ.”

 

“ຄິດໄລ່ແລ້ວ ປີໜຶ່ງຈະມີລາຍຮັບ100.000ກວ່າຢວນເນາະ. ຂໍອວຍພອນໃຫ້ຊີວິດການເປັນຢູ່ຂອງພີ່ນ້ອງຊາວບ້ານທັງຫຼາຍຈົ່ງມີຄວາມສຸກຫວານຊື່ນປານນ້ຳອ້ອຍເດີ!”

 

   ພາຍຫຼັງອອກຈາກສວນອ້ອຍແລ້ວ, ທ່ານສີຈິ້ນຜິງໄດ້ຂີ່ລົດເດີນທາງໄປວິສາຫະກິດຜະລິດນ້ຳຕານແຫ່ງໜຶ່ງຢູ່ຕາແສງເຟີ້ງຫວງຄື ບໍລິສັດເຟີ້ງຫວງໂດນຕາ(DONTA)ໄຫຼປິ່ນກວາງຊີຈຳກັດເພື່ອຮັບຮູ້ຢ່າງລະອຽດກ່ຽວກັບຂັ້ນຕອນການຜະລິດນ້ຳຕານເຊັ່ນ: ການໜີບ, ການກັ່ນແລະອື່ນໆ.

 



ຕອນບ່າຍວັນທີ14 ທັນວາ2023, ທ່ານສີຈິ້ນຜິງໄດ້ສຳຫຼວດກວດກາວຽກງານຢູ່ບໍລິສັດເຟີ້ງຫວງໂດນຕາ(DONTA)ໄຫຼປິ່ນກວາງຊີຈຳກັດ

   ທົ່ວລຳຕົ້ນອ້ອຍມີຄຸນປະໂຫຍດໝົດ. ຢູ່ຫ້ອງວາງສະແດງຂອງບໍລິສັດໄດ້ວາງສະແດງຜະລິດຕະພັນແປຮູບອ້ອຍຢ່າງລະອຽດທີ່ມີຫຼາຍຮູບຫຼາຍສີ, ນອກຈາກຜະລິດຕະພັນນ້ຳຕານທີ່ເຫັນໄດ້ທົ່ວໄປເຊັ່ນ: ນ້ຳຕານຊາຍຂາວ, ນ້ຳຕານກ້ອນ, ນ້ຳຕານແດງແລະອື່ນໆແລ້ວ, ນ້ຳອ້ອຍຍັງສາມາດຜະລິດເປັນເຊື້ອໝັກ, ສານສີນ້ຳຕານໄໝ້, ກາກອ້ອຍສາມາດຜະລິດເປັນເຄື່ອງໃຊ້ເທິງໂຕະກິນເຂົ້າ, ເຈ້ຍອະນາໄມ ທີ່ເປັນມິດກັບສິ່ງແວດລ້ອມ, ໃບອ້ອຍສາມາດໃຊ້ເຂົ້າໃນການຜະລິດຫົວອາຫານສັດ, ວັດຖຸດິບສຳລັບຜະລິດໄຟຟ້າຊີວະມວນ ແລະອື່ນໆ.

 

   “ອ້ອຍລຳໜຶ່ງສາມາດໃຊ້ປະໂຫຍດໄດ້ຢ່າງຫຼວງຫຼາຍ. ນີ້ຄືອຸດສາຫະກຳທີ່ມີມູນຄ່າເພີ່ມສູງ!” ທ່ານສີຈິ້ນຜິງທັງເບິ່ງທັງເວົ້າແນວນີ້.

 

   ຢູ່ເທິງຝາຫ້ອງວາງສະແດງໄດ້ຕິດຮູບພາບແຜ່ນໜຶ່ງທີ່ສະແດງໃຫ້ເຫັນເຖິງຖານະຂອງອຸດສາຫະກຳນ້ຳຕານກວາງຊີຢູ່ໃນທົ່ວປະເທດຈີນຄື ລະດູການຜະລິດລະຫວ່າງປີ2022-2023, ປະລິມານການຜະລິດນ້ຳຕານບໍລິໂພກຂອງກວາງຊີແມ່ນບັນລຸເຖິງ5,27ລ້ານໂຕນ ກວມປະມານ60%ຂອງຍອດປະລິມານການຜະລິດນ້ຳຕານທົ່ວປະເທດ.

 



  ວັນທີ12 ທັນວາ2023 ຊາວກະສິກອນກຳລັງເຮັດວຽກຢູ່ສວນປູກອ້ອຍຕາແສງສ້ຽວຜິງຢາງເມືອງຊິ່ງປິ່ນນະຄອນໄຫຼປິ່ນເຂດກວາງຊີຈີນ

   ເນື້ອທີ່ການປູກອ້ອຍແລະປະລິມານການຜະລິດນ້ຳຕານບໍລິໂພກຂອງເຂດກວາງຊີໄດ້ເປັນອັນດັບໜຶ່ງຂອງທົ່ວປະເທດຈີນ 32 ລະດູການຜະລິດລຽນຕິດ ແລະໄດ້ກວມປະມານ60%ຂອງທົ່ວປະເທດເປັນ19ລະດູການຜະລິດລຽນຕິດ, ເຂດກວາງຊີກາຍເປັນຖານທີ່ໝັ້ນຫຼັກແຫ່ງການຮັກສາຄວາມໝັ້ນຄົງດ້ານນ້ຳຕານບໍລິໂພກຂອງຈີນ.

 

   ທ່ານສີຈິ້ນຜິງກ່າວວ່າ: “ຂ້າພະເຈົ້າໄປເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນຕ່າງໆ, ລ້ວນແຕ່ໄດ້ໄປເບິ່ງຜະລິດຕະພັນທີ່ມີລັກສະນະເປັນຕົວແທນໃນແຜນແມ່ບົດການພັດທະນາແຫ່ງຊາດພວກເຮົາ. ສ່ວນຢູ່ໄຫຼປິ່ນ, ອ້ອຍເປັນຕົວແທນ. ມື້ນີ້, ຂ້າພະເຈົ້າມາທີ່ແຫ່ງນີ້ໄດ້ເຫັນສະພາບການປູກອ້ອຍແລະການພັດທະນາອຸດສາຫະກຳນ້ຳຕານແລ້ວ ຮູ້ສຶກມີຄວາມໝັ້ນໃຈຫຼາຍຂຶ້ນ.”

 

   ທ່ານສີຈິ້ນຜິງກ່າວຕື່ມວ່າ: “ຊຸມປີຜ່ານມານີ້, ລັດຖະບານໄດ້ວາງນະໂຍບາຍຫຼາຍປະການເພື່ອສົ່ງເສີມການປູກອ້ອຍ, ຊາວກະສິກອນມີຄວາມຫ້າວຫັນເພີ່ມຂຶ້ນຢ່າງຫຼວງຫຼາຍໃນການປູກອ້ອຍ. ການຊຸກຍູ້ອຸດສາຫະກຳນ້ຳຕານກວາງຊີໃຫ້ພັດທະນາດ້ວຍຄຸນນະພາບສູງ, ເພື່ອຮັກສາແຫຼ່ງນ້ຳຕານຂອງປະຊາຊົນທົ່ວປະເທດໃຫ້ດີ, ພວກສະຫາຍແມ່ນໄດ້ແບກຫາບໜ້າທີ່ອັນໜັກໜ່ວງ.”

 

   ນອກນີ້, ທ່ານສີຈິ້ນຜິງຍັງໄດ້ເວົ້າດ້ວຍຄວາມສຳຄັນວ່າ: “ໂຄງປະກອບການຜະລິດອຸດສາຫະກຳກະສິກຳແມ່ນພົວພັນເຖິງການພັດທະນາແລະຄວາມໝັ້ນຄົງ. ເນື້ອທີ່ການປູກຝັງຕ້ອງຮັກສາໃຫ້ໝັ້ນທ່ຽງ, ແນວພັນ, ເຕັກໂນໂລຊີກໍຕ້ອງຍົກສູງຂຶ້ນເຊັ່ນດຽວກັນ, ພັດທະນາອຸດສາຫະກຳທີ່ມີທ່າແຮງພິເສດອັນນີ້ໃຫ້ເຂັ້ມແຂງແລະເຕີບໃຫຍ່ຂະຫຍາຍຕົວ. ລັດຖະບານຈະໃຫ້ການສະໜັບສະໜູນ ແລະພວກສະຫາຍຕ້ອງກຳແໜ້ນວຽກງານດ້ານນີ້ໃຫ້ດີເພື່ອສົ່ງຄວາມຫວານຊື່ນໄປໃຫ້ປະຊາຊົນນັບເປັນໝື່ນເປັນລ້ານຄອບຄົວ.”

  ບັນດາພະນັກງານບໍລິສັດຢູ່ທີ່ຫ້ອງວາງສະແດງໄດ້ພາກັນຕອບດ້ວຍສຽງດັງໆວ່າ: “ຂໍໃຫ້ທ່ານເລຂາທິການໃຫຍ່ຈົ່ງໄວ້ໃຈ!”, “ພວກເຮົາຈະເຮັດສຳເລັດໜ້າທີ່ໃຫ້ສົມກັບຄຳຊີ້ນຳຂອງທ່ານຢ່າງແນ່ນອນ!”

 

   ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີອຸດົມສົມບູນໄປດ້ວຍຊັບພະຍາກອນ ແລະມີເງື່ອນໄຂທີ່ມີທ່າແຮງໃນດ້ານກະສິກຳ, ບໍ່ພຽງແຕ່ເປັນ “ໄຫນ້ຳຕານ” ຂອງທົ່ວປະເທດຈີນເທົ່ານັ້ນ, ຍັງເປັນ “ກະຕ່າພືດຜັກ” “ຖາດໝາກໄມ້” ທີ່ມີຊື່ສຽງໃນທົ່ວປະເທດອີກດ້ວຍ, ການພັດທະນາກະສິກຳທັນສະໄໝທີ່ມີເອກະລັກພິເສດແມ່ນມີອະນາຄົດອັນສົດໃສ.

 

  ຕອນເຊົ້າມື້ທີສອງໃນການສຳຫຼວດກວດກາວຽກງານຄັ້ງນີ້ກົງກັບວັນທີ15ທັນວາ2023, ທ່ານສີຈິ້ນຜິງໄດ້ຮັບຟັງລາຍງານວຽກງານຈາກຄະນະພັກແລະອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ເພິ່ນໄດ້ກ່າວເຖິງອີກຄັ້ງໜຶ່ງກ່ຽວກັບທ່າແຮງຂອງເຂດກວາງຊີໃນການພັດທະນາກະສິກຳທັນສະໄໝທີ່ມີເອກະລັກພິເສດວ່າ: “ກວາງຊີມີອາກາດຮ້ອນ, ມີປະລິມານນ້ຳຝົນອຸດົມສົມບູນ, ມີເງື່ອນໄຂເອື້ອອຳນວຍຕໍ່ການຜະລິດກະສິກຳ. ຕ້ອງເສີມຂະຫຍາຍທ່າແຮງພິເສດທີ່ມີຊັບພະຍາກອນອຸດົມສົມບູນຂອງກວາງຊີເຊັ່ນ: ປ່າໄມ້, ໝາກໄມ້, ພືດຜັກ, ສັດລ້ຽງ,ນ້ຳຕ້ານແລະອື່ນໆ, ອອກແຮງພັດທະນາອຸດສາຫະກຳກະສິກຳທັນສະໄໝທີ່ມີເອກະລັກພິເສດ,ເຮັດໃຫ້ຜະລິດຕະພັນກະສິກຳຍີ່ຫໍ້ກວາງຊີມີຊື່ສຽງໂດ່ງດັງຂຶ້ນໃນທົ່ວປະເທດ.”

 

   ຄຳຊີ້ນຳຂອງທ່ານສີຈິ້ນຜິງຖືເປັນການວາງແຜນວາດອັນຍິ່ງໃຫຍ່ກວ່າເກົ່າໃຫ້ກັບການພັດທະນາກະສິກຳທັນສະໄໝຂອງກວາງຊີ.