ສູນເຊື່ອມຕໍ່ການຈໍລະຈອນສິນຄ້າຈີນ-ອາຊຽນໄດ້ເປີດປ້າຍຢູ່ກຳແພງນະຄອນຈຸ່ງກິ່ງຈີນ

2023-12-19 14:57:59 cri

 

ວັນທີ 18 ທັນວານີ້, ສູນເຊື່ອມຕໍ່ການຈໍລະຈອນສິນຄ້າຈີນ-ອາຊຽນໄດ້ເປີດປ້າຍຢູ່ເມືອງປ່ານານກຳແພງນະຄອນຈຸ່ງກິ່ງຈີນ ເຊິ່ງຈະເສີມຂະຫຍາຍບົດບາດ “ການເຊື່ອມຕໍ່” ຢ່າງເຕັມສ່ວນ, ຊຸກຍູ້ກຳແພງນະຄອນຈຸ່ງກິ່ງດຳເນີນການຮ່ວມມືຕົວຈິງກັບບັນດາປະເທດສະມາຊິກອາຊຽນ, ຊຸກຍູ້ການພັດທະນາດ້ານການຄ້າ ການລົງທຶນ ແລະການຜະລິດ, ເປີດກວ້າງບົດບາດໃນສາກົນຂອງແລວທາງທາງບົກ ແລະທາງທະເລໃໝ່ຢູ່ພາກຕາເວັນຕົກຈີນຢ່າງບໍ່ຢຸດຢັ້ງ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ສູນດັ່ງກ່າວຮ່ວມສ້າງຕັ້ງຂຶ້ນໂດຍເມືອງປ່ານານກຳແພງນະຄອນຈຸ່ງກິ່ງກັບຄະນະກຳມະການການຮ່ວມມືຂະແໜງການຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼືRCEP. ໃນອະນາຄົດ, ຈະຮ່ວມກັນກໍ່ສ້າງສູນພາກຕາເວັນຕົກຂອງຄະນະກຳມະການການຮ່ວມມືຂະແໜງການຈໍລະຈອນສິນຄ້າຈີນ-ອາຊຽນ, ເພີ່ມທະວີການຮ່ວມມືເສດຖະກິດ-ການຄ້າRCEP ຕື່ມອີກ, ເພີ່ມພະລັງຊີວິດດ້ານການພັດທະນາເຂົ້າໃນການສ້າງແລວທາງທາງບົກ ແລະທາງທະເລໃໝ່ຢູ່ພາກຕາເວັນຕົກຈີນຮ່ວມກັນ.