ຈີນ ແລະຫວຽດນາມເຊັນບົດບັນທຶກຊ່ວຍຈຳກ່ຽວກັບການແປ ແລະພິມຈຳໜ່າຍຜົນງານອະມະຕະເຊິ່ງກັນ ແລະກັນ

2023-12-19 14:53:27 cri

ເມື່ອບໍ່ດົນມານີ້, ຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ແລະຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຫວຽດນາມໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການແປ ແລະພິມຈຳໜ່າຍຜົນງານອະມະຕະເຊິ່ງກັນ ແລະກັນ. ໃນໄລຍະທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນຢ້ຽມຢາມຫວຽດນາມທາງລັດຖະກິດ, ທ່ານເລຂາທິການໃຫຍ່ສອງປະເທດໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານການຮ່ວມມືສອງຝ່າຍ, ລວມທັງ “ບົດບັນທຶກຊ່ວຍຈຳລະຫວ່າງຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ແລະຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຫວຽດນາມກ່ຽວກັບການແປ ແລະພິມຈຳໜ່າຍຜົນງານອະມະຕະເຊິ່ງກັນ ແລະກັນ”.

 

ອີງຕາມບົດບັນທຶກສະບັບດັ່ງກ່າວ, ໃນໄລຍະ 5 ປີຕໍ່ໜ້າ, ຈີນ ແລະຫວຽດນາມຈະຮ່ວມກັນແປ ແລະພິມຈຳໜ່າຍຜົນງານອະມະຕະ 30 ຊະນິດຂອງສອງປະເທດ, ຊຸກຍູ້ການແລກປ່ຽນ ແລະຖອດຖອນບົດຮຽນດ້ານອະລິຍະທຳເຊິ່ງກັນ ແລະກັນດ້ວຍການແປຜົນງານດີເດັ່ນຫຼາຍກວ່າເກົ່າ, ປະກອບສ່ວນພະລັງແຮງດ້ານວັດທະນະທຳເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດ.