ກຳປູເຈຍຈະເພີ່ມທະວີການຮ່ວມມືດ້ານການປາບປາມການຄ້າມະນຸດກັບໄທ

2023-12-19 14:51:35 CRI

ຕາມການລາຍງານຂ່າວຈາກໜັງສືພິມ “ຂະແມທາມສ” ລາຍງານວ່າ:  ລັດຖະບານກຳປູເຈຍໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີການຮ່ວມມືກັບໄທແລະປະເທດທີ່ກ່ຽວຂ້ອງອື່ນໆ, ຮ່ວມກັນປາບປາມການຄ້າມະນຸດແລະການເຄື່ອນໄຫວກໍ່ອາດຊະຍາກຳຂ້າມຊາດອື່ນໆ.

 

ໃນວັນທີ 18 ທັນວານີ້, ທ່ານຊາກ ໂຊຄາ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງພາຍໃນຂອງກຳປູເຈຍໄດ້ປະກາດຂ່າວດັ່ງກ່າວໃນເວລາເຂົ້າຮ່ວມພິທີສ້າງສຳເລັດສູນກັກຂັງແຫ່ງໜຶ່ງທີ່ແຂວງບານເຕຍມີໄຈ.

 

ທ່ານຊາກໂຊຄາກ່າວວ່າ: ລັດຖະບານກຳປູເຈຍຕັດສິນໃຈເພີ່ມທະວີການປ້ອງກັນ, ແລະປາບປາມພຶດຕິກຳກໍ່ອາດຊະຍາກຳປະເພດນີ້ຢ່າງຮຸນແຮງ. ທ່ານຊີ້ອອກວ່າ: ປັດຈຸບັນນີ້ຜູ້ກໍ່ອາຊະຍາກຳໄດ້ທົດລອງກໍ່ອາດຊະຍາກຳດ້ວຍຮູບແບບໃໝ່ແລະເຕັກນິກໃໝ່, ລັດຖະບານກຳລັງຄົ້ນຫາແລະປະຕິບັດມາດຕະການທີ່ມີປະສິດທິຜົນທັງໝົດ, ເພື່ອປົກປ້ອງປະຊາຊົນບໍ່ໃຫ້ໄດ້ຮັບການທຳຮ້າຍ.