ອາຊີຕາເວັນອອກສຽງໃຕ້ຍັງເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈາກນັກທ່ອງທ່ຽວຈີນ

2023-12-19 10:55:44 cri

ປີໃໝ່ປິ 2024 ໃກ້ຈະໝູນວຽນມາເຖິງແລ້ວ, ຫຼາຍຄົນເລີີ່ມວາງແຜນຈະອອກເດີນທາງໄປທ່ຽວ. ຜົນກະທົບຈາກ ການແພ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ການທ່ອງທ່ຽວຂອງຊາວຈີນກໍາລັງຫາຍໄປ. ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້, ການທ່ອງທ່ຽວພາຍໃນປະເທດຈີນໄດ້ບັນລຸເຖິງ 826 ລ້ານເທື່ອຄົນ ແລະ ມີລາຍຮັບດ້ານການທ່ອງທ່ຽວຫຼາຍກວ່າ 753 ຕື້ຢວນ ເຊິ່ງໄດ້ເຮັດໃຫ້ຕະຫຼາດທົ່ວໂລກສາມາດໄດ້ເຫັນຄວາມກະຕືລືລົ້ນຂອງຊາວຈີນທີ່ມີຕໍ່ການທ່ອງທ່ຽວ.

ໄລຍະກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19, ຈີນເຄີຍຄອງຖານະເປັນຕະຫຼາດການໄປທ່ອງທ່ຽວຕ່າງປະເທດໃຫຍ່ທີ່ສຸດໃນໂລກເປັນເວລາຫຼາຍປີລຽນຕິດ ແລະ ເປັນແຫຼ່ງແຂກທ່ອງທ່ຽວໃຫຍ່ທີ່ສຸດລຳລັບ ຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້. ໃນປີ 2023 ນີ້, ເພື່ອດຶງດູດ ແລະ ຕ້ອນຮັບນັກທ່ອງທ່ຽວຈີນ, ຫຼາຍປະເທດຢູ່ອາຊີຕາເວັນອອກສຽງໃຕ້ໄດ້ປະຕິບັດມາດຕະການດຶງດູດນັກທ່ອງທ່ຽວ ເຊ່ັນ: ກໍາປູເຈຍໄດ້ວາງຍຸດທະສາດ “China Ready” , ສົ່ງເສີມໃຫ້ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທຸລະກິດຕ່າງໆຊໍາລະບັນຊີດ້ວຍເງິນຢວນ, ອະນຸດຍາດໃຫ້ນັກທ່ອງທ່ຽວຈີນຈ່າຍເງິນຜ່ານທາງວີແຊັດ, Alipay ແລະ ທາງດີຈີຕອນອື່ນໆ; ປະເທດໄທໄດ້ຈັດກິດຈະກໍາ Amazing Thailand Amazing New Chapters Road Show to China 2023 ຢູ່ນະຄອນຊຽງໄຮ້, ນະຄອນເສີງຕູ່ ແລະ ນະຄອນກວາງໂຈ່ວຂອງຈີນໃນເດືອນກຸມພາປີນີ້ ເພື່ອໂຄສະພາການທ່ອງທ່ຽວຂອງໄທຢູ່ຕົວເມືອງໃຫຍ່ຕ່າງໆຂອງຈີນ; ເມື່ອບໍ່ດົນມານີ້, ສິງກະໂປ, ມາເລເຊຍ ແລະ ໄທ ຕ່າງກໍໄດ້ປະກາດນະໂຍບາຍຍົກເວັ້ນວີຊາຕໍ່ຈີນ.

ກ່ອນໜ້ານີ້ບໍ່ດົນ, ປະເທດລາວໄດ້ປະກາດເປີດປີທ່ອງທ່ຽວລາວ 2024, ລັດຖະບານລາວຈະຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກທີ່ລວມທັງນັກທ່ອງທ່ຽວຂອງຈີນ ພ້ອມທັງຈະໃຫ້ການປະສານງານ ແລະ ການບໍລິການທີ່ດີ. ທີ່ຈິງແລ້ວ, ມີນັກທ່ອງທ່ຽວຈໍານວນບໍ່ໜ້ອຍໄດ້ຂີ່ລົດໄຟຕາມທາງລົດໄຟຈີນ-ລາວເພື່ອເດີນທາງທ່ອງທ່ຽວຂ້າມຊາດ. ວັນທີ 13 ເມສາ 2023, ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ເປີດບໍລິການ, ຜູ້ໂດຍສານສາມາດຂີ່ລົດໄຟຈາກນະຄອນຄຸນໝີງໄປຮອດນະຄອນຫຼວງວຽງຈັນ ພາຍໃນມື້ດຽວ. ຕາມສະຖິຕິສະແດງໃຫ້ເຫັນວ່າ: ນັບແຕ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວເປີດບໍລິການຈົນຮອດວັນທີ 14 ພະຈິກປີນີ້, ໄດ້ຂົນສົ່ງຜູ້ໂດຍສານ 348.000 ເທື່ອຄົນ, ໃນນັ້ນ ຜູ້ໂດຍສານຂ້າມຊາດມີຫຼາຍກວ່າ 85.000 ເທື່ອຄົນ.

ຕາມສະຖິຕິຫຼ້າສຸດຈາກບໍລິສັດ Ctrip ຂອງຈີນສະແດງໃຫ້ເຫັນວ່າ: ໃບສັ່ງຈອງການໄປທ່ຽວຕ່າງປະເທດໃນໄລຍະບຸນກຸດຈີນໄດ້ເພີ່ມຂຶ້ນເກືອບ 20 ເທົ່າ, ຈຸດໝາຍປາຍທາງການທ່ອງທ່ຽວຕ່າງປະເທດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຢູ່ຈີນລວມມີ: ໂຕກຽວ, ສິງກະໂປ, ບາງກອກ, ພູເກັດ, ໂອຊາກາ, ກົວລາລໍາເປີ, ຊິດນີ ແລະ ອື່ນໆ, ໃນນັ້ນ, ຕົວເມືອງຕ່າງໆປະເທດອາຊີຕາເວັນອອກສຽງໃຕ້ກວມເອົາອັດຕາສ່ວນຫຼາຍທີ່ສຸດ ເຊິ່ງສະແດງໃຫ້ເຫັນວ່າ: ອາຊີຕາເວັນອອກສຽງໃຕ້ຍັງເປັນໜຶ່ງໃນຈຸດໝາຍປາຍທາງ ການທ່ອງທ່ຽວຕ່າງປະເທດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈາກນັກທ່ອງທ່ຽວຈີນ.

ແຕ່ວ່າ ການຟື້ນຟູການທ່ອງທ່ຽວຫຼັງການແພ່ລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນເລື່ອງງ່າຍ, ຂະແໜງການທ່ອງທ່ຽວຂອງອາຊີຕາເວັນອອກສຽງໃຕ້ຍັງປະເຊີນກັບບັນຫາດ້ານການປ້ອງກັນຄວາມສະຫງົບ, ຜະລິດຕະພັນດ້ານການທ່ອງທ່ຽວທີ່ສົມຄູ່ກັນບໍ່ພຽງພໍ ແລະ ບັນຫາອື່ນໆ. ນອກນີ້, ພາຍໃຕ້ສະພາບການຕະຫຼາດໃນປັດຈຸບັນທີ່ຄວາມຕ້ອງການດ້ານການທ່ອງທ່ຽວມີຄວາມຫຼາກຫຼາຍກວ່າເກົ່າໃນປັດຈຸບັນ, ການສະໜອງຜະລິດຕະພັນການທ່ອງທ່ຽວທີ່ຜູ້ບໍລິໂພກເຫັນວ່າ “ກຸ້ມຄ່າ”ນັ້ນ ແມ່ນເລື່ອງທີ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ຕ້ອງຄົ້ນຄວ້າພິຈາລະນາ. ເຊື່ອໝັ້ນວ່າອາຊີຕາເວັນອອກສຽງໃຕ້ທີ່ເປັນດິນແດນອັດສະຈັນ ແລະ ມີສະເໜ່ ຈະສາມາດຄົ້ນພົບທາງອອກດ້ານການທ່ອງທ່ຽວຂອງຕົນໄດ້ຢ່າງແນ່ນອນ.