“ມາດຕະການສຳຄັນ” ຂອງຈີນມີຄວາມໝາຍສຳຄັນຫຍັງຕໍ່ທົ່ວໂລກ?

2023-12-19 16:06:20 cri

ປີນີ້ແມ່ນຈີນປະຕິບັດມາດຕະການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 45 ປີ. ໂດຍສະເພາະໃນໄລຍະ 10 ປີຜ່ານມາ, ປະເທດຈີນໄດ້ປະຕິບັດຍຸດທະສາດເປີດປະຕູສູ່ພາຍນອກທີ່ຕັ້ງໜ້າກວ່າເກົ່າ, ໄດ້ສ້າງສຳເລັດເຂດການຄ້າເສລີ 22 ແຫ່ງ, ເລັ່ງລັດສ້າງເຂດການຄ້າເສລີໄຫຫຼຳ, ຫຼຸດບັນຊີດ້ານລົບອະນຸມັດທຶນຕ່າງປະເທດເຂົ້າປະເທດຈີນຢ່າງບໍ່ຢຸດຢັ້ງ, ວາງ “ກົດໝາຍດວ່າດ້າວຍການລົງທຶນຂອງນັກທຸລະກິດຕ່າງປະເທດ”, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ແລະ ອື່ນໆ. ໃນໄລຍະ 10 ປີຜ່ານມາ, ຈີນໄດ້ຢືນຢັນວ່າ: “ການເປີດປະຕູສູ່ພາຍນອກແມ່ນມາດຕະການສຳຄັນດ້ານການພັດທະນາຂອງຈີນ”.

ຄັນຊັ້ນ, ປະເທດຈີນທີ່ມີລະດັບເປີດປະຕູສູ່ພາຍນອກສູງມີຄວາມໝາຍສຳຄັນຫຍັງຕໍ່ທົ່ວໂລກ?

ກ່ອນອື່ນ, ເສດຖະກິດແບບເປີດປະຕູສູ່ພາຍນອກຂອງຈີນໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກຢ່າງແທ້ຈິງ. ໃນໄລຍະ 10 ປີຜ່ານມາ, ອັດຕາເສດຖະກິດຂອງຈີນໃນທົ່ວໂລກຈາກ 12,3% ເພີ່ມຂຶ້ນເປັນ 18% ຂຶ້ນໄປ, ອັດຕາການປະກອບສ່ວນຂອງເສດຖະກິດຈີນຕໍ່ທົ່ວໂລກຫຼາຍກວ່າ 30% ຕໍ່ປີ.

ສຳລັບວິສາຫະກິດຂ້າມຊາດແລ້ວ, ເຂົາເຈົ້າໄດ້ຮັບຜົນປະໂຫຍດຈາກການເຕີບໂຕຂອງເສດຖະກິດຈີນ, ແລະ ໄດ້ຮັບຊອງຫວ່າງພັດທະນາຢ່າງກວ້າງຂວາງຈາກການພັດທະນາຂອງຈີນ. ໃນໄລຍະ 10 ປີຜ່ານມາ, ອັດຕາດຶງດູດການລົງທຶນຈາກຕ່າງປະເທດຂອງຈີນໃນໂລກຈາກ 8,2% ເພີ່ມຂຶ້ນເປັນ 11,4%. ຕົວເລກສະຖິຕິແຫ່ງໜຶ່ງຂອງສະມາຄົມຊຸກຍູ້ການຄ້າຈີນທີ່ເປີດເຜີຍໃນໄຕມາດທີສາມປີນີ້ສະແດງໃຫ້ເຫັນວ່າ, ວິສາຫະກິດຕ່າງປະເທດທີ່ໃຫ້ສຳພາດມີປະມານ 90% ຄາດວ່າຜົນກຳໄລຂອງຕົນຈະຮັກສາລະດັບປັດຈຸບັນຫຼືວ່າເພີ່ມຂຶ້ນໃນ 5 ປີຕໍ່ໜ້າ.

ການເປີດປະຕູສູ່ພາຍນອກຂອງປະເທດຈີນຍັງໄດ້ນຳພາກະແສພັດທະນາເສດຖະກິດໃນຂົງເຂດຕ່າງໆເຊັ່ນ: ການພັດທະນາແບບສີຂຽວ, ການພັດທະນາຫັນເປັນແບບດີຈີຕອນ ແລະ ອື່ນໆ. ນັບແຕ່ປີນີ້ເປັນຕົ້ນມາ, ລົດທີ່ໃຊ້ພະລັງໄຟຟ້າ, ແບດເຕີຣີລິດທຽມ, ແລະ ແບດເຕີຣີພະລັງງານແສງຕາເວັນໄດ້ຮັບຄວາມນິຍົມຫຼາຍຈາກທົ່ວໂລກ. ປີ 2022, ເສດຖະກິດດີຈີຕອນໄດ້ກວມ 41,5% ຂອງ GDP ຈີນ, ເປັນອັນດັບສອງໃນໂລກ. ຢູ່ເຂດອາຊີຕາເວັນອອກສຽງໃຕ້, ວິສາຫະກິດຈີນຊ່ວຍເຫຼືອສ້າງໂຮງໝໍອັດສະລິຍະລະບົບ 5G ແຫ່ງທຳອິດຂອງອາຊຽນ; ຢູ່ອາຟຣິກາ, ລະບົບຄຸ້ມຄອງການຈໍລະຈອນສິນຄ້າອັດສະລິຍະແບບດີຈີຕອນຂອງຈີນໄດ້ຊ່ວຍເຫຼືອໃຫ້ປະຊາຊົນນີເຊຣີຊື້ເຄື່ອງທາງອິນເດີເນັດສະດວກກວ່າເກົ່າ. ການພັດທະນາເຕັກນິກດີຈີຕອນຂອງຈີນພວມສ້າງຄວາມສຸກໃຫ້ແກ່ປະຊາຊົນຂອງປະເທດຕ່າງໆ.

ສິ່ງສຳຄັນກວ່ານັ້ນກໍຄື, ການປະຕິບັດທັດສະນະເປີດປະຕູສູ່ພາຍນອກ ແລະ ຄວາມພະຍາຍາມສ້າງເສດຖະກິດໂລກແບບເປີດປະຕູສູ່ພາຍນອກຂອງຈີນ, ໄດ້ສ້າງສະພາບໃໝ່ໃຫ້ແກ່ລະບົບການບໍລິຫານຂອງທົ່ວໂລກ. ໃນໄລຍະ 10 ປີຜ່ານມາ, ຈາກການສະໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອາລິຍະທຳທົ່ວໂລກ, ຈົນຮອດການຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງການຄ້າການບໍລິການ ແລະ ງານວາງສະແດງສາກົນຕ່າງໆ, ແລ້ວຮອດການລົງນາມ ແລະ ປະຕິບັດ “ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP, ຊຸກຍູ້ການເຂົ້າຮ່ວມ “ສັນຍາສາຍພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດປາຊີຟິກຢ່າງຮອບດ້ານ ແລະ ກ້າວໜ້າ”, “ສັນຍາຄູ່ຮ່ວມມືເສດຖະກິດດີຈີຕອນ”, ຈີນຍຶດໝັ້ນເປິກສາຫາລືກັນ, ສ້າງສາຮ່ວມກັນ ແລະ ແບ່ງປັນຜົນປະໂຫຍດຮ່ວມກັນແຕ່ຕົ້ນຕະຫຼອດປາຍ, ຍິນດີຕ້ອນຮັບປະເທດຕ່າງໆໃນໂລກຮ່ວມກັນແບ່ງປັນໂອກາດພັດທະນາກັບຈີນ.