ອັງກິດກີດກັນວິສາຫະກິດຈີນ ໃນທີ່ສຸດຈະສ້າງຜົນກະທົບໃຫ້ກັບຕົນເອງ

2023-12-20 13:57:19 cri

ເມື່ອບໍ່ດົນມານີ້, ສື່ມວນຊົນອັງກິດລາຍງານຂ່າວວ່າ: ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດອັງກິດໄດ້ມ້າງຊິ້ນສ່ວນທີ່ສະໜອງໂດຍວິສາຫະກິດຈີນອອກດ້ວຍຂໍ້ອ້າງ “ຄວາມໝັ້ນຄົງ”. ປັດຈຸບັນ, ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດອັງກິດຍັງບໍ່ທັນໄດ້ໃຫ້ຄຳຕອບໂດຍກົງກ່ຽວກັບເລື່ອງນີ້. ມີນັກວິຈານຊີ້ອອກວ່າ: ຖ້າເລື່ອງນີ້ເປັນເລື່ອງຈິງ, ທາດແທ້ຂອງການກະທຳຂອງອັງກິດແມ່ນການສ້າງຄວາມເສື່ອມເສຍຊື່ສຽງວິສາຫະກິດຈີນ, ເສກສັນປັ້ນແຕ່ງອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈີນ” ເພື່ອສ້າງອຸປະສັກໃຫ້ແກ່ວິສາຫະກິດຈີນທີ່ພັດທະນາຢູ່ຕ່າງປະເທດ. ແຕ່ວ່າ ອັງກິດເຮັດແນວນີ້, ໃນທີ່ສຸດພັດຈະສ້າງຜົນກະທົບໃຫ້ກັບຕົນເອງ.

ຕາມຂ່າວລາຍງານວ່າ: ພະນັກງານຂອງບໍລິສັດທີ່ກ່ຽວຂ້ອງຂອງຈີນກ່າວວ່າ: ບໍລິສັດດັ່ງກ່າວເຄີຍເປິກສາຫາລືກັບບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດອັງກິດກ່ຽວກັບຄວາມໝັ້ນຄົງຂອງເຄືອຂ່າຍ, ແຕ່ “ບໍ່ໄດ້ພົບເຫັນບັນຫາແຕ່ຢ່າງໃດ”, ວິສະວະກອນກໍໄດ້ດຳເນີນການກວດກາແລ້ວ, “ບໍ່ໄດ້ພົບເຫັນຄວາມສ່ຽງບົ່ມຊ້ອນແຕ່ຢ່າງໃດ”.

ຖ້າບໍ່ມີຄວາມສ່ຽງ, ເປັນຫຍັງອັງກິດຍັງອ້າງບັນຫາຄວາມໝັ້ນຄົງອີກເທື່ອໜຶ່ງຢ່າງກະທັນຫັນ? ໃນສາຍຕາຂອງຜູ້ຊ່ຽວຊານ, ອັງກິດເຮັດແນວນີ້ແມ່ນມີຈຸດປະສົງການເມືອງສອງດ້ານ ຄື: ໜຶ່ງ, ຕິດຕາມອາເມຣິກາ ແລະ ເພີ່ມການກົດໜີບ ຕໍ່ວິສາຫະກິດເຕັກໂນໂລຊີວີທະຍາສາດຂອງຈີນ ເພື່ອສະແດງໃຫ້ເຫັນເຖິງອັນທີ່ເອີ້ນວ່າການພົວພັນທີ່ເປັນພັນທະມິດພິເສດລະຫວ່າງອັງກິດກັບອາເມຣິກາ; ສອງ, ອັງກິດຈະຈັດການເລືອກຕັ້ງໃນປີໜ້າ, ພັກກຳອຳນາດຫວັງວ່າຈະດຶງເອົາຄະແນນ ເລືອກຕັ້ງໃຫ້ໄດ້ຫຼາຍກວ່າເກົ່າໂດຍຜ່ານການປະຕິບັດນະໂຍບາຍທີ່ບໍ່ເປັນທຳຕໍ່ຈີນ.

ຕາມຂ່າວແຈ້ງວ່າ: ວິສາຫະກິດຈີນທີ່ກ່ຽວຂ້ອງໃນເຫດການດັ່ງກ່າວເປັນວິສາຫະກິດຊັ້ນນຳໃນຂົງເຂດອຸດສາຫະກຳ ແລະ ຂົງເຂດພະລັງງານສະອາດ, ມີຄວາມສາມາດໃນດ້ານການຄົ້ນຄວ້າ ແລະ ຜະລິດດ້ວຍຕົນເອງ. ບົດບາດຂອງວິສາຫະກິດແບບນີ້ຈະບໍ່ສາມາດທົດແທນໄດ້ໂດຍງ່າຍ. ອັງກິດບໍ່ເອົາຫົວຊານຳກົດເກນຕະຫຼາດ ແລະ ໂຈມຕີວິສາຫະກິດຝ່າຍສະໜອງທີ່ເປັນຂອງຈີນ, ໃນທີ່ສຸດຈະເສຍຄ່າຕອບແທນຢ່າງໃຫຍ່ຫຼວງຢ່າງແນ່ນອນ.