ສູນການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈັດກິດຈະກຳແລກປ່ຽນຢູ່ແຂວງຢູນນານປະເທດຈີນ

2023-12-20 14:56:09 cri

 

    ກະຊວງຊົນລະປະທານຈີນເປີດເຜີຍໃຫ້ຮູ້ໃນວັນທີ 19 ທັນວານີ້ວ່າ: ລະຫວ່າງວັນທີ 11-15 ທັນວານີ້, ສູນການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຊື້ອເຊີນຜູ້ຕາງໜ້າສະຖານທູດ ແລະ ສື່ມວນຊົນກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມເດີນທາງມາກິ່ງແຂວງປົກຄອງຕົນເອງເຜົ່າປາຍ ຕ້າຫຼີແຂວງຢູນນານຈີນ, ໂດຍໄດ້ຢ້ຽມຢາມສຳຫຼວດເຂື່ອນໄຟຟ້າສຽວວ່ານແມ່ນ້ຳລ້ານຊ້າງ, ແລວທາງນິເວດຂອງໜອງເອີໄຮເປັນຕົ້ນ, ເພື່ອຊອກຮູ້ຜົນສຳເລັດພົ້ນເດັ່ນດ້ານການປົກປັກຮັກສາແມ່ນ້ຳລ້ານຊ້າງ, ຊຸກຍູ້ການບົວລະບັດລະບົບນິເວດນ້ຳ ແລະ ການພັດທະນາຊັບພະຍາກອນນ້ຳ, ໄຟຟ້າແບບຍືນຍົງຂອງຈີນ.

    ຈຸດປະສົງຂອງກິດຈະກຳຄັ້ງນີ້ແມ່ນແບ່ງປັນຄວາມຄືບໜ້າ, ຜົນສຳເລັດ ແລະ ຄວາມພະຍາຍາມຂອງຈີນກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຕື່ມອີກ, ລົງເລິກການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ໃຫ້ 6 ປະເທດທີ່ຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດທີ່ຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ສັນຕິພາບ ແລະ ຈະເລີນຮຸ່ງເຮືອງ.