ຖ້າອາເມຣິກາເອົາໃຈໃສ່ ແລະ ປົກປ້ອງສິດທິມະນຸດຢ່າງແທ້ຈິງ ກໍບໍ່ຄວນລົບສືບຕໍ່ໂຫຼມປາກແລ້ວເວົ້າໃນບັນຫາຊິນຈ່ຽງ

2023-12-20 16:02:48 cri

ວັນທີ 8 ທັນວານີ້, ກະຊວງການຕ່າງປະເທດອາເມຣິກາໄດ້ເຜີຍແຜ່ບົດລາຍງານສິດທິມະນຸດປະຈຳປີກ່ຽວກັບເຂດຊິນຈ່ຽງຈີນ ໂດຍລະບຸວ່າ: ຈີນໄດ້ຂ້າລ້າງເຜົ່າພັນ ແລະ ກໍ່ໂທດກຳຕ້ານຄວາມເປັນມະນຸດຕໍ່ຊາວເຜົ່າອຸຍເກີ ແລະ ຊົນເຜົ່າສ່ວນໜ້ອຍອື່ນໆຢູ່ເຂດຊິນຈ່ຽງ ແລະ ລະບຸລົງໂທດເຈົ້າໜ້າທີ່ລັດຖະບານຈີນ 2 ທ່ານ. ມື້ດຽວກັນ, ກະຊວງການເງິນອາເມຣິກາໄດ້ກຳນົດເອົາເຈົ້າໜ້າທີ່ 2 ທ່ານດັ່ງກ່າວເຂົ້າໃນບັນຊີ “ພົນລະເມືອງທີ່ລະບຸໂຕເປັນພິເສດ”. ກະຊວງຮັກສາຄວາມໝັ້ນຄົງດິນແດນແຫ່ງອາເມຣິກາໄດ້ກຳນົດເອົາວິສາຫະກິດຂອງຈີນ 3 ແຫ່ງ ເຂົ້າໃນບັນຊີລາຍຊື່ຂອງ “ກົດໝາຍປ້ອງກັນການບັງຄັບການອອກແຮງງານອຸຍເກີ” ໂດຍອີງຕາມກົດໝາຍພາຍໃນຂອງອາເມຣິກາແຕ່ຝ່າຍດຽວ.


ນອກຈາກນີ້ແລ້ວ, ວັນທີ 10 ທັນວານີ້ແມ່ນວັນສິດທິມະນຸດສາກົນ, ແຕ່ໃນມື້ດຽວກັນ, ສະຖານທູດອາເມຣິກາປະຈຳຈີນໄດ້ເຜີຍແຜ່ອັນທີ່ເອີ້ນວ່າ “ຖະແຫຼງການວັນສິດທິມະນຸດສາກົນສົກປີ 2023”, ໄດ້ສືບຕໍ່ຫວ່ານຖ້ອຍຄຳທີ່ເບື່ອຫູ ແລະ ຊີ້ໄມ້ຊີ້ມືຕໍ່ສະພາບສິດທິມະນຸດຂອງຈີນ ໂດຍກ່າວວ່າ ຈະ “ເອົາໃຈໃສ່” ຕໍ່ສະພາບສິດທິມະນຸດຂອງເຂດຊິນຈ່ຽງ, ເຂດຕິເບດ ແລະ ເຂດບໍລິຫານພິເສດຮົງກົງຂອງຈີນ.


ໃນຫຼາຍປີມານີ້, ເຂດຊິນຈ່ຽງໄດ້ປະສົບຜົນສຳເລັດດ້ານການພັດທະນາທີ່ປະຈັກຕາຕໍ່ຊາວໂລກ, ນະໂຍບາຍການປົກຄອງຊິນຈ່ຽງຂອງຈີນໄດ້ເຂົ້າສູ່ຈິດໃຈສ່ວນເລິກຂອງປະຊາຊົນ. ອັນທີ່ເອີ້ນ່ວາຈີນໄດ້ “ຂ້າລ້າງເຜົ່າພັນ” ແລະ “ບັງຄັບການອອກແຮງງານ” ຢູ່ເຂດຊິນຈ່ຽງ ເປັນພຽງຄຳຫຼອກລວງຂອງອາເມຣິກາ ເພື່ອໂຈມຕີ ແລະ ສະກັດກັ້ນການພັດທະນາຂອງຈີນເທົ່ານັ້ນ, ຄວາມຈິງໄດ້ພິສູດຫຼາຍເທື່ອແລ້ວວ່າ, ຄຳເວົ້າດັ່ງກ່າວເປັນພຽງອາເມຣິກາເສກສັນປັ້ນແຕ່ງອອກມາເທ່ານັ້ນ. ອາເມຣິກາໄດ້ກຳນົດເອົາວິສາຫະກິດ ແລະ ບຸກຄົນຝ່າຍຈີນເຂົ້າໃນບັນຊີລາຍຊື່ລົງໂທດ ໂດຍອີງຕາມກົດໝາຍພາຍໃນຂອງຕົນເອງ, ເຈຕະນາທຳລາຍສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງຮືອງຂອງເຂດຊິນຈ່ຽງ ພ້ອມທັງສະກັດກັ້ນການພັດທະນາຂອງຈີນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຈດຕະນາອັນໜ້າຊື່ໃຈຫ້ຽມຂອງອາເມຣິກາຢ່າງເປີດແປນ ທີ່ຢາກ “ກົດໜ່ວງຈີນດ້ວຍເຂດຊິນຈ່ຽງ”.


ຂະນະທີ່ບັນຫາສິດທິມະນຸດພາຍໃນປະເທດຂອງອາເມຣິກາແມ່ນມີໃຫ້ເຫັນຢ່າງຫຼວງຫຼາຍ ເຊັ່ນ: ການຈຳແນກເຊື້ອຊາດຜິວພັນ, ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ ແລະ ການຄ້າຂາຍຢາເສບຕິດແມ່ນເກີດຂຶ້ນເລື້ອຍໆ. ນອກນີ້, ອາເມຣິກາຍັງໄດ້ຂົ່ມເຫັງ, ລົງໂທດ ຫຼື ກໍ່ສົງຄາມຕໍ່ປະເທດອື່ນ ດ້ວຍຂໍ້ອ້າງການປົກປ້ອງສິດທິມະນຸດ ເຊິ່ງເຮັດໃຫ້ປະຊາຊົນປະເທດເຫຼົ່ານັ້ນເສຍຊີວິດເປັນຈຳນວນຫຼວງຫຼາຍ, ເສດຖະກິດຊຸດໂຊມລົງ ແລະ ສັງຄົມເກີດຄວາມປັ່ນປ່ວນ, ໄດ້ສ້າງໄພພິບັດ ແລະ ວິກິດການດ້ານສິດທິມະນຸດຈົນນັບບໍ່ຖ້ວນ: ສົງຄາມໂກໂຊໂວໄດ້ເຮັດໃຫ້ປະຊາຊົນທຳມະດາສາມັນ 2.000 ກວ່າຄົນເສຍຊີວິດ, 6.000 ກວ່າຄົນໄດ້ຮັບບາດເຈັບ ແລະ ມີເກືອບ 1 ລ້ານຄົນຈຳເປັນຕ້ອງພັດຖິ່ນ; ສົງຄາມອັຟການິສະຖານເຮັດໃຫ້ປະຊາຊົນອັຟການິສະຖານ 47.000 ກວ່າຄົນເສຍຊີວິດ, 10 ລ້ານກວ່າຄົນເສຍທີ່ຢູ່ອາໄສ; ສົງຄາມອີຣັກໄດ້ເຮັດໃຫ້ປະຊາຊົນອີຣັກ 2 ແສນຫາ 2 ແສນ 5 ໝື່ນຄົນເສຍຊີວິດ. ໃນຈຳນວນ 190 ກວ່າປະເທດທີ່ຖືກຮອງຮັບຈາກອົງການສະຫະປະຊາຊາດ, ມີພຽງແຕ່ 3 ປະເທດບໍ່ໄດ້ເຮັດສົງຄາມກັບອາເມຣິກາ ຫຼື ຖືກອາເມຣິກາແຊກແຊງດ້ວຍກຳລັງທະຫານ, ເປັນຫຍັງ 3 ປະເທດນີ້ໄດ້ຫຼົບຫຼີກແປວໄຟສົງຄາມຂອງອາເມຣິກາ, ແມ່ນຍ້ອນວ່າອາເມຣິກາບໍ່ໄດ້ຊອກເຫັນ 3 ປະເທດນີ້ຢູ່ຕາມແຜນທີ່ໂລກ.


ໃນການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່, ອິດສະຣາແອນໄດ້ຖິ້ມລະເບີດໃສ່ເຂດກາຊາເປັນການໃຫຍ່ ແລະ ໄດ້ປິດລ້ອມເຂດກາຊາຢ່າງຮອບດ້ານ, ຫ້າມບໍ່ໃຫ້ມີການຂົນສົ່ງອາຫານ, ນ້ຳດື່ມ ແລະ ວັດຖຸເຊື້ອໄຟເຂົ້າໃນເຂດກາຊາ, ຊາວກາຊາ 2 ລ້ານກວ່າຄົນດຳລົງຊີວິດຢູ່ເຂດກາຊາແມ່ນປຽບເໝືອນນະຣົກ. ອາເມຣິກາຊ້ຳພັດບໍ່ໄດ້ເອົາຫົວຊາຕໍ່ເລື່ອງນີ້. ສິ່ງທີ່ໂຫດຮ້າຍໄປກວ່ານັ້ນກໍຄື: ກະຊວງການຕ່າງປະເທດອາເມຣິກາໄດ້ຊ່ວຍເຫຼືອລູກປືນລົດຕັງ 16.000 ກວ່າລູກໃຫ້ແກ່ອິດສະຣາແອນ ໂດຍວິທີບໍ່ໄດ້ຜ່ານການຮັບຮອງໃນລັດຖະສະພາອາເມຣິກາ, ລູກປືນເຫຼົ່ານີ້ຈະເຮັດໃຫ້ປະຊາຊົນຜູ້ບໍລິສຸດຂອງປາແລັດສະຕິນເສຍຊີວິດຫຼາຍປານໃດ?


ຄຳວາຈາຂອງອາເມຣິກາໄດ້ເຕັມໄປດ້ວຍຄວາມຈອມປອມທັງນັ້ນ. ໃນຂະນະທີ່ເສກສັນປັ້ນແຕ່ງຕໍ່ສິດທິມະນຸດເຂດຊິນຈ່ຽງຈີນຢູ່ນັ້ນ, ອາເມຣິກາມີທ່າທີເສີຍເມີຍຈົນເຖິງຂັ້ນປ່ອຍໃຫ້ເກີດເຫດການສັງຫານທີ່ເກີດຂຶ້ນຢູ່ເຂດກາຊາ, ນີ້ກໍຄືວິທີປົກປ້ອງສິດທິມະນຸດຂອງອາເມຣິກາຊັ້ນຫວາ. ຖ້າອາເມຣິກາເອົາໃຈໃສ່ ແລະ ປົກປ້ອງສິດທິມະນຸດຢ່າງແທ້ຈິງ, ກໍຄວນເຮັດເລື່ອງທີ່ມີປະໂຫຍດແນວໃດແນວໜຶ່ງ ໃນການຊ່ວຍເຫຼືອຊີວິດຢູ່ເຂດກາຊາ ແລະ ເຂດອື່ນໆ ທີ່ເກີດເສິກສົງຄາມ, ຫາກບໍ່ແມ່ນສືບຕໍ່ໂຫຼມປາກແລ້ວເວົ້າໃນບັນຫາຊິນຈ່ຽງຈີນຕໍ່ໄປອີກ.