ເລີ່ມຈັດການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ,ລາວ,ມຽນມາແລະໄທຄັ້ງທີ136

2023-12-20 11:23:46 cri


   ວັນທີ19ທັນວານີ້,ກຳປັ່ນປະຕິບັດກົດໝາຍ3ລຳຂອງຈີນໄດ້ແລ່ນອອກຈາກທ່າເຮືອຈິງຮ່າກິ່ງແຂວງສິບສອງພັ່ນນາຈີນ,ເຊິ່ງສະແດງໃຫ້ເຫັນວ່າໄດ້ເລີ່ມຈັດການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 136 ຢ່າງເປັນທາງການ.

   ໃນການເຄື່ອນໄຫວເທື່ອນີ້, ພາກສ່ວນປະຕິບັດກົດໝາຍຂອງຈີນ, ລາວ, ມຽນມາແລະໄທຈະສົ່ງກຳປັ່ນປະຕິບັດກົດໝາຍ 6 ລຳເຂົ້າຮ່ວມ, ຄາດວ່າຈະໃຊ້ເວລາ 4 ວັນ 3 ຄືນ.