ທ່ານຮຸນມາເນັດ ນາຍົກກຳປູເຈຍຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານກ່າວຢູນລົງ

2023-12-21 17:28:39 cri

   ຕອນເຊົ້າວັນທີ20ທັນວານີ້, ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານກ່າວຢູນລົງ ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ,ຜູ້ອຳນວຍການໃຫຍ່ອົງການກອງທຶນພັດທະນາໂດຍສັນຕິຈີນ.

   ທ່ານກ່າວຢູນລົງກ່າວວ່າ: ຈີນແລະກຳປູເຈຍແມ່ນເພື່ອນມິດທີ່ສະໜິດສະໜົມແລະເປັນປະຊາຄົມຮ່ວມຊາຕາກຳ,ພາຍຫຼັງສ້າງຕັ້ງສາຍພົວພັນທາງການທູດມາເປັນເວລາ65ປີ,ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆລ້ວນແຕ່ໄດ້ຮັບຜົນສຳເລັດອັນອຸດົມສົມບູນ. ຈີນຍິນດີຮ່ວມກັບກຳປູເຈຍເພີ່ມທະວີການແລກປ່ຽນໃນທຸກຂັ້ນແລະທຸກຂົງເຂດຕື່ມອີກ,ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ,ຊ່ວຍໃຫ້ເສດຖະກິດ-ສັງຄົມໄດ້ຮັບການພັດທະນາ ແລະສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ.

   ທ່ານຮຸນມາເນັດກ່າວວ່າ: ພາຍໃຕ້ການຊີ້ນຳທາງດ້ານຍຸດທະສາດຈາກຜູ້ນຳສອງປະເທດ,ການພົວພັນກຳປູເຈຍ-ຈີນໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ. ຫວັງວ່າສອງຝ່າຍຈະລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ,ຊຸກຍູ້ການຮ່ວມມືໄມຕີຈິດໃນຂົງເຂດຕ່າງໆເຊັ່ນ:ເສດຖະກິດການຄ້າແລະວັດທະນະທຳເປັນຕົ້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ,ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳກຳປູເຈຍ-ຈີນໄດ້ຮັບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

   ໂດຍຕອບສະໜອງຕາມຄຳເຊີນຂອງສະພາສູງກຳປູເຈຍ,ທ່ານກ່າວຢູນລົງໄດ້ເດີນທາງໄປຢ້ຽມຢາມກຳປູເຈຍລະຫວ່າງວັນທີ17ຫາ20ທັນວານີ້.