ທ່ານສີຈິ້ນຜິງ: “ພື້ນທີ່ອິນເຕີເນັດຄືທີ່ເພິ່ງດ້ານຈິດໃຈຮ່ວມກັນຂອງປະຊາຊົນນັບເປັນຮ້ອຍລ້ານຄົນ”

2023-12-21 16:54:15 cri



 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສສຳຄັນແລະຂຽນບົດຄວາມສຳຄັນຕ່າງໆ ເຊິ່ງມີເອກະລັກໂດດເດັ່ນ,ມີທັດສະນະຄະຕິອັນເລິກແລບແລະມີເນື້ອໃນອັນເລິກເຊິ່ງ. ຄຳປາໄສແລະບົດຄວາມສຳຄັນເຫຼົ່ານີ້ໄດ້ເຕັມໄປດ້ວຍພາສາທີ່ມີມົນສະເໜ່ ເຊິ່ງໄດ້ສ່ອງແສງໃຫ້ເຫັນຢ່າງແທ້ຈິງເຖິງແນວຄິດບໍລິຫານປະເທດຂອງທ່ານສີຈິ້ນຜິງ, ທັງເປັນການສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງມົນສະເໜ່ດ້ານບຸຄະລິກະພາບຂອງເພິ່ນ.

 

ທ່ານສີຈິ້ນຜິງເຄີຍໃຊ້ຄຳວ່າ “ທີ່ເພິ່ງ” ມາປຽບທຽບ “ພື້ນທີ່ອິນເຕີເນັດ” ຫຼາຍເທື່ອແລ້ວ, ເຊິ່ງໄດ້ເຮັດໃຫ້ປະຊາຊົນຜູ້ໃຊ້ອິນເຕີເນັດອັນມະຫາສານຂອງຈີນມີຄວາມເຫັນດີເຫັນພ້ອມນຳ.

 

ອິນເຕີເນັດເປັນພື້ນທີ່ໃໝ່ສຳລັບການເຮັດວຽກແລະດຳລົງຊີວິດໃນຍຸກປັດຈຸບັນ ທັງເປັນພື້ນທີ່ພັກຜ່ອນໃນເວລາທີ່ພວກເຮົາມີຄວາມອິດເມື່ອຍທັງກາຍແລະໃຈ. ມັນຄືກັນກັບການປະຕິບັດຕໍ່ທີ່ເພິ່ງພາອາໄສຂອງຕົນ, ພວກເຮົາມີຄວາມປາດຖະໜາຮ່ວມທີ່ຫວັງຢາກໃຫ້ພື້ນທີ່ອິນເຕີເນັດມີຄວາມເປັນລະບຽບ,ສະອາດ, ສົດຊື່ນ, ມີບັນຍາກາດທີ່ບໍລິສຸດ, ປະຊາຊົນປອງດອງກົມກຽວ ແຕ່ບໍ່ແມ່ນເຕັມໄປດ້ວຍບັນຍາກາດຫຍໍ້ທໍ້ ແລະມີສະພາບຊຸດໂຊມລົງ.

 

ໃນຍຸກອິນເຕີເນັດ, ພວກເຮົາໄດ້ຊົມໃຊ້ຄວາມສະດວກແລະຜົນປະໂຫຍດທີ່ໄດ້ຮັບຈາກການພັດທະນາອິນເຕີເນັດໃນທຸກເວລາ. ກະແສຂໍ້ມູນຂ່າວສານທາງອິນເຕີເນັດທີ່ມາແຮງເປັນທ່າອ່ຽງລວມແລະກະແສຂອງຍຸກສະໄໝ ແຕ່ກໍມີຂໍ້ມູນຂ່າວສານດ້ານຫຍໍ້ທໍ້ປົນເປໄປນຳ, ເຊັ່ນ: ຂ່າວລື, ຂໍ້ມູນຫຍາບຄາຍແລະຕ່ຳຊ້າມີຢ່າງຫຼວງຫຼາຍໃນອິນເຕີເນັດ, ຄອມເມັ້ມພຽງຂໍ້ດຽວຕໍ່ບົດຄວາມທາງອິນເຕີເນັດກໍຈະສາມາດພາໃຫ້ເກີດກະແສສູງດ້ານຫາງສຽງໃນອິນເຕີເນັດ, ການໃຊ້ຄວາມຮຸນແຮງທາງອິນເຕີເນັດ, ຍິ່ງໄປກວ່ານັ້ນຈະຖືກອິດທິກຳລັງປໍປະປັກສວຍໃຊ້ໄປໃນທາງທີ່ບໍ່ດີ ຕົວຢ່າງ: ອິດທິກຳລັງຕໍ່ຕ້ານຈີນຢູ່ຕ່າງປະເທດໄດ້ນຳໃຊ້ອິນເຕີເນັດກໍ່ “ສົງຄາມຮັບຮູ້ຈີນແບບມີອະຄະຕິ”.

 

ສາຍນ້ຳມີຄວາມໃສສະອາດແມ່ນຍ້ອນບໍ່ນ້ຳທີ່ບໍ່ເຫືອດແຫ້ງ. ທ່ານສີຈິ້ນຜິງມີຄວາມສະດຸ້ງໄວໃນການຮັບຮູ້ເຖິງອິນເຕີເນັດມີບົດບາດສຳຄັນຕໍ່ສະພາບລວມຂອງວຽກງານພັກແລະລັດຖະບານຈີນ, ໂດຍເພິ່ນໄດ້ມີຄຳຊີ້ນຳສຳຄັນຕ່າງໆຕາມລຳດັບເຊັ່ນ: “ເຮັດໃຫ້ພື້ນທີ່ອິນເຕີເນັດມີຄວາມສົດຊື່ນຂຶ້ນ” ເປັນຕົ້ນ, ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງທິດທາງແລະເປົ້າໝາຍການກໍ່ສ້າງພື້ນທີ່ອິນເຕີເນັດ ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງການສ້າງພື້ນທີ່ອິນເຕີເນັດໃຫ້ສົດຊື່ນ.

 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ກົດໝາຍວ່າຄວາມໝັ້ນຄົງດ້ານອິນເຕີເນັດສປຈີນ, ກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນສປຈີນ, ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວສປຈີນ ແລະກົດໝາຍອື່ນໆໄດ້ຖືກປະກາດໃຊ້ຕາມລຳດັບ. ນອກນີ້, ລະບຽບການວ່າດ້ວຍການຄຸ້ມຄອງການບໍລິການດ້ານຂໍ້ມູນຂ່າວສານອິນເຕີເນັດ, ລະບຽບການວ່າດ້ວຍຂັ້ນຕອນປະຕິບັດກົດໝາຍຂອງອົງການບໍລິຫານດ້ານການຄຸ້ມຄອງເນື້ອໃນຂໍ້ມູນຂ່າວສານອິນເຕີເນັດ, ລະບຽບການວ່າດ້ວຍການຄຸ້ມຄອງສະພາບເນື້ອໃນຂໍ້ມູນຂ່າວສານອິນເຕີເນັດແລະອື່ນໆໄດ້ຖືກປະກາດໃຊ້ຕາມລຳດັບ, ກອງປະຊຸມຄວາມສິວິໄລດ້ານອິນເຕີເນັດຈີນ, ກອງປະຊຸມອິນເຕີເນັດໂລກແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢ່າງສຳເລັດຜົນ ເຊິ່ງໄດ້ອຳນວຍຫຼັກມາດຖານແລະຊີ້ທິດເຍືອງທາງອັນຈະແຈ້ງໃຫ້ກັບການສ້າງພື້ນທີ່ອິນເຕີເນັດທີ່ສົດຊື່ນ.

 

ລະບົບວຽກງານຂໍ້ມູນຂ່າວສານອິນເຕີເນັດຂອງຈີນໄດ້ສຸມຄວາມພະຍາຍາມເທົ່າທີ່ຄວນເຂົ້າໃນການຄຸ້ມຄອງສະພາບພື້ນທີ່ອິນເຕີເນັດ,ສ້າງຕັ້ງເວທີຮ່ວມສຳພັນໃຫ້ຄວາມກະຈ່າງແຈ້ງຕໍ່ຂ່າວລືທາງອິນເຕີເນັດຈີນ ເຮັດໃຫ້ການກະທຳຫຍໍ້ທໍ້ຕ່າງໆເຊັ່ນ ການເສກສັນປັ້ນແຕ່ງຂໍ້ມູນຂ່າວສານແລະເຫດການ, ການເຜີຍແຜ່ຄວາມຮູ້ປອມດ້ານວິທະຍາສາດແລະອື່ນໆຖືກເຜີຍແບອອກມາຢ່າງສິ້ນເຊີງ. ກິດຈະກຳພາຍໃຕ້ຫົວຂໍ້ຫຼັກທາງອິນເຕີເນັດເຊັ່ນ: ການປະກວດ500ຜົນງານດີເດັ່ນທາງອິນເຕີເນັດທີ່ເປັນພະລັງແຮງທາງບວກຂອງຈີນ, ກິດຈະກຳ “ຂຽນປະຫວັດຊີວິດໄວໜຸ່ມທີ່ສະຫງ່າລາສີຢູ່ບົນດິນແດນປະເທດຊາດ” ແລະກິດຈະກຳອື່ນໆໄດ້ເຕົ້າໂຮມກຳລັງແຮງສັງລວມດ້ານຈິດໃຈອັນເຂັ້ມແຂງຂອງປະຊາຊົນຜູ້ໃຊ້ອິນເຕີເນັດຈຳນວນຮ້ອຍລ້ານຄົນ. ປີ2022, ຈີນໄດ້ປະຕິບັດການເຄື່ອນໄຫວສະເພາະກິດເພື່ອຄວາມສົດຊື່ນທາງອິນເຕີເນັດຈຳນວນ 13 ລາຍການ, ນັບລວມແລ້ວໄດ້ກຳຈັດຂໍ້ມູນຂ່າວສານທີ່ຜິດກົດໝາຍແລະຂໍ້ມູນຂ່າວສານທີ່ຫຍໍ້ທໍ້5.430ກວ່າຂໍ້, ຈັດການຕໍ່ບັນຊີທາງອິນເຕີເນັດ 6,8 ລ້ານອັນ, ເອົາ APP ທີ່ບໍ່ດີອອກ 2890 ອັນ ແລະອື່ນໆ, ມາດຕະການທີ່ເຂັ້ມແຂງຕ່າງໆໄດ້ເຮັດໃຫ້ພື້ນທີ່ອິນເຕີເນັດມີຄວາມປອດໂປ່ງສົດໃສຂຶ້ນ.

 

ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ພື້ນທີ່ອິນເຕີເນັດຄືທີ່ເພິ່ງດ້ານຈິດໃຈຮ່ວມກັນຂອງປະຊາຊົນນັບເປັນຮ້ອຍລ້ານຄົນ. ພວກເຮົາຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ,ຕໍ່ປະຊາຊົນ, ເພີ່ມທະວີການຄຸ້ມຄອງພື້ນທີ່ອິນເຕີເນັດຕາມກົດໝາຍ, ສ້າງພື້ນທີ່ອິນເຕີເນັດທີ່ສົດຊື່ນບໍລິສຸດໃຫ້ປະຊາຊົນຜູ້ໃຊ້ອິນເຕີເນັດໂດຍສະເພາະຊາວໜຸ່ມເຍົາວະຊົນອັນມະຫາສານ.

 

ນັບມາຮອດເດືອນມິຖຸນາປີ2023, ປະຊາຊົນຜູ້ໃຊ້ອິນເຕີເນັດຂອງຈີນມີຫຼາຍກວ່າ1ຕື້79ລ້ານຄົນ, ອັດຕາການປົກຄຸມຂອງອິນເຕີເນັດບັນລຸເຖິງ76,4%. ການເຮັດໃຫ້ທີ່ເພິ່ງດ້ານຈິດໃຈຮ່ວມກັນຂອງປະຊາຊົນນັບເປັນຮ້ອຍລ້ານຄົນມີຄວາມສົດຊື່ນເພີດເພີນໃຈນັ້ນ ແມ່ນຕ້ອງການໃຫ້ທຸກຄົນນັບທັງທາງອອນລາຍແລະອັອຟລາຍສາມັກຄີຮ່ວມແຮງຮ່ວມໃຈກັນແລະທຸກຝ່າຍຮ່ວມລົງມືເຮັດພ້ອມກັນຈຶ່ງຈະບັນລຸເປົ້າໝາຍດັ່ງກ່າວໄດ້.

 

ລະບົບວຽກງານຂໍ້ມູນຂ່າວສານອິນເຕີເນັດຂອງຈີນໄດ້ຕັ້ງໜ້າເສີມຂະຫຍາຍບົດບາດປະສານງານເປັນເອກະພາບກັນຕື່ມອີກ, ຮ່ວມສຳພັນກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆຊຸກຍູ້ການສ້າງສະພາບການປະຕິບັດງານໂດຍລວມ, ລົງເລິກຄຸ້ມຄອງແລະປາບປາມປາກົດການຫຍໍ້ທໍ້ທາງອິນເຕີເນັດດ້ວຍມາດຕະການທີ່ເຂັ້ມງວດ, ສ້າງປັດໄຈເງື່ອນໄຂອັນເຂັ້ມແຂງເພື່ອໃຫ້ພື້ນທີ່ອິນເຕີເນັດມີຄວາມສົດຊື່ນ.

 

ສະມາຄົມຂະແໜງການອິນເຕີເນັດຂອງຈີນໄດ້ເສີມຂະຫຍາຍບົດບາດເປັນຂົວຕໍ່ແລະສາຍໃຍຜູກພັນ, ສ້າງຕັ້ງແລະບູລະນະກົນໄກຄຸ້ມຄອງແລະຜູກມັດຂະແໜງການອິນເຕີເນັດໃຫ້ເຂັ້ມງວດດ້ານວິໄນຕໍ່ຕົນເອງໃຫ້ສົມບູນຂຶ້ນ, ເພີ່ມທະວີການສ້າງລະບົບຄວາມຊື່ສັດ, ສົ່ງເສີມຄວາມສິວິໄລດ້ານອິນເຕີເນັດ.

 

ວິສາຫະກິດອິນເຕີເນັດຂອງຈີນໄດ້ຮັດແໜ້ນໜ້າທີ່ຮັບຜິດຊອບຂອງຕົນຢ່າງບໍ່ຢຸດຢັ້ງ, ເຝົ້າຮັກສາດ່ານທຳອິດແລະເສັ້ນປ້ອງກັນສາຍທຳອິດໃນການຄຸ້ມຄອງອິນເຕີເນັດໃຫ້ດີ, ເດັດຂາດບໍ່ໃຫ້ກາຍເປັນເວທີເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນໄພຮ້າຍແຮງແລະສ້າງຂ່າວລືກໍ່ຄວາມບໍ່ສະຫງົບໃນສັງຄົມ.

 

ປະຊາຊົນຜູ້ໃຊ້ອິນເຕີເນັດອັນມະຫາສານຂອງຈີນໄດ້ພະຍາຍາມຍົກສູງສະຕິແລະຄວາມຮັບຮູ້ກໍຄືຄວາມສາມາດຈຳແນກອັນໃດຜິດອັນໃດຖືກຂອງຕົນ, ເປັນເຈົ້າການເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນພະລັງແຮງທາງບວກ, ມີສະຕິຕື່ນຕົວໃນການຕ້ານວັດທະນະທຳທີ່ບໍ່ດີທາງອິນເຕີເນັດ,ຍົກສູງຄຸນສົມບັດທາງອິນເຕີເນັດ.

 

ໃນຍຸກອິນເຕີເນັດປັດຈຸບັນນີ້,  ພວກເຮົາທຸກຄົນຕ່າງກໍມີຄວາມປາດຖະໜາອັນດີງາມທີ່ຫວັງຢາກໃຫ້ພື້ນທີ່ອິນເຕີເນັດ ເຊິ່ງເປັນທີີ່ເພິ່ງທາງດ້ານຈິດໃຈນັ້ນມີຄວາມປອດໂປ່ງສົດໃສ. ມີພຽງແຕ່ຂໍ້ມູນຂ່າວສານຫຍໍ້ທໍ້ທີ່ປຽບເໝືອນ “ໝອກຄວັນພິດ” ນັບມື້ນັບຫຼາຍຖືກພັດສະຫຼາຍໄປເທົ່ານັ້ນ ປະຊາຊົນຜູ້ໃຊ້ອິນເຕີເນັດທັງຫຼາຍຈຶ່ງຈະສາມາດຊົມໃຊ້ພື້ນທີ່ອິນເຕີເນັດທີ່ສົດຊື່ນຂຶ້ນກວ່າເກົ່າໄດ້.